ເດັກນ້ອຍ 7ປີ ໂຍນເດັກນ້ອຍ 4 ປີ ລົງນ້ຳສ້າງໃນປະເທດຈີນ

0
1476

ເກີດເຫດເດັກນ້ອຍ ອາຍຸ 7 ປີ ໂຍນເດັກນ້ອຍ ອາຍຸ 4 ປີ ລົງນ້ຳສ້າງ ເລິກ 5 ແມັດ ໂຊກດີທີ່ບໍ່ເສຍຊີວິດ.

ໃນຊ່ວງຕົ້ນເດືອນມີນາ ທີ່ຜ່ານມາ ໄດ້ເກີດເຫດການທີ່ເປັນຕາໜ້າຕົກໃຈຂອງຜູ້ເປັນພໍ່ແມ່ໃນປະເທດຈີນ ໄດ້ມີເດັກນ້ອຍຜູ້ຍິງ ອາຍຸ 7 ປີ ໂຍນເດັກນ້ອຍ 4 ປີ ລົງນ້ຳສ້າງ ທີ່ເລິກ 5 ແມັດ ໂດຍເດັກນ້ອຍຜູ້ນີ້ບອກວ່າ ຮຽນແບບສິ່ງທີ່ເຫັນໃນໂທລະພາບ.

ທາງເຈົ້າໜ້າທີ່ຈີນ ໄດ້ລາຍງານວ່າ ເດັກນ້ອຍອາຍຸ 4 ປີ ເປັນເພດຊາຍ ໄດ້ຮັບການຊ່ວຍເຫຼືອຫຼັງຈາກທີ່ຜ່ານໄປພຽງ 10 ນາທີ ເພາະມີຄົນໄດ້ຍິນສຽງຮ້ອງ ຈຶ່ງຖືກຊ່ວຍເຫຼືອອອກມາໂດຍບໍ່ເປັນອັນຕະລາຍຫຍັງ.

After the boy was rescued, he was later given the all-clear at a medical check-up. Photo: Baidu

ວິດີໂອໄດ້ຖືກເຜີຍແຜ່ຈາກກ້ອງວົງຈອນ ໃນວັນທີ 8 ມີນາ ທີ່ຜ່ານມາ ທີ່ສະແດງໃຫ້ເຫັນເດັກນ້ອຍຍິງ ແລະ ເດັກນ້ອຍຊາຍ ກຳລັງຫຼິ້ນຢູ່ໃກ້ນ້ຳສ້າງ ຕໍ່ມາເດັກນ້ອຍຍິງກໍອຸ້ມ ເດັກນ້ອຍຊາຍຂຶ້ນ ແລ້ວໂຍນລົງນ້ຳສ້າງ ເຊິ່ງໃນພາບເຫັນໄດ້ວ່າເດັກນ້ອຍຊາຍຈັບຂອບນ້ຳສ້າງໄວ້ ແຕ່ເດັກນ້ອຍຍິງກໍຈັບມືອອກ ເຮັດໃຫ້ເດັກນ້ອຍຊາຍຕົກລົງໃນນ້ຳສ້າງ.

ເວລາຕໍ່ມາ ຍ່າຂອງເດັກນ້ອຍຊາຍໄດ້ອອກມາຊອກ ແລະ ພົບຫຼານຂອງຕົນຢູ່ນ້ຳສ້າງຈຶ່ງໄດ້ເອີ້ນຂໍຄົນມາຊ່ວຍ ແລ້ວກໍຖືກຊ່ວຍອອກມາໄດ້.

ໂຊກດີທີ່ເດັກນ້ອຍລອດຊີວິດ ຍ້ອນຟັງຄຳແນະນຳຈາກຍ່າວ່າ ໃຫ້ເຮັດໂຕຢູ່ຊື່ໆ ແລະ ລອຍຢູ່ໃນນ້ຳໄດ້.

ທາງດ້ານຍ່າຂອງເດັກນ້ອຍຊາຍໄດ້ບອກວ່າ ຄອບຄົວຂອງທັງ 2 ຢູ່ເຮືອນຕິດກັນ ແລະ ມັກຈະຫຼິ້ນນຳກັນຕະຫຼອດ ໂດຍທາງດ້ານເດັກນ້ອຍຍິງກ່າວວ່າ ການກຳທຳດັ່ງກ່າວໄດ້ຮຽນແບບຈາກໜັງໃນໂທລະພາບ.

ທີ່ມາ scmp