ເດັກນ້ອຍເກີດໃໝ່ໄດ້ຮັບແອນຕີ້ບໍດີ້ຈາກແມ່ຫຼັງຈາກທີ່ໄດ້ສັກວັກຊີນປ້ອງກັນໂຄວິດ-19

ເມື່ອບໍ່ດົນມານີ້ສໍານັກຂ່າວທ້ອງຖິ່ນຂອງປະເທດແອັດສະປາຍໄດ້ລາຍງານວ່າ: ມີເດັກນ້ອຍທີ່ຫາກໍເກີດໄດ້ 1 ອາທິດທີ່ອາໄສຢູ່ເກາະ ອິບິຊາ (Ibiza) ຂອງປະເທດແອັດສະປາຍໄດ້ກາຍເປັນເດັກນ້ອຍຄົນທໍາອິດຂອງປະເທດທີ່ມີແອນຕີ້ບໍດີປ້ອງກັນໂຄວິດ-19 ຫຼັງຈາກທີ່ແມ່ຂອງເຂົາໄດ້ຮັບວັກຊີນປ້ອງກັນໂຄວິດ-19 ໃນຊ່ວງສາມເດືອນສຸດທ້າຍຂອງການຖືພາ.

ເມື່ອວັນສຸກທີ 2 ເມສາ 2021 ທີ່ຜ່ານມາ ທ່ານ ມານູເອລ ແກຣນດານ ມາຕິນ ຮອງຜູ້ອໍານວຍການຂອງໂຮງໝໍມາດຣິດໃຫ້ສໍາພາດກັບສໍານັກຂ່າວວ່າ: “ເດັກນ້ອຍຄົນນີ້ມີພູມຄຸ້ມກັນທຽບເທົ່າກັບຜູ້ທີ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ແລະ ມີພູມຄຸ້ມກັນທີ່ສົມບູນ ແຕ່ຍັງບໍ່ຮູ້ວ່າພູມຄຸ້ມກັນນີ້ມັນຈະຢູ່ໄດ້ດົນປານໃດ”
ຜູ້ຊ່ຽວຊານຄົນອື່ນເຊື່ອວ່າຜົນທີ່ໄດ້ນີ້ຊ່ວຍສ້າງຄວາມເປັນໄປໄດ້ສໍາລັບການສີດວັກຊີນໃຫ້ແກ່ແມ່ຍິງທີ່ຖືພາເພື່ອສ້າງພູມຄຸ້ມກັນທັງໂຕແມ່ ແລະ ລູກ.

ທ່ານ ແກຣນດານ ອະທິບາຍຕື່ມວ່າເຖິງແມ່ນວ່າໃນປັດຈຸບັນຍັງບໍ່ທັນພົບຫຼັກຖານທີ່ບົ່ງບອກວ່າການສີດວັກຊີນໃຫ້ແກ່ແມ່ຍິງທີ່ຖືພານັ້ນອັນຕະລາຍ ແຕ່ພວກເຮົາກໍຍັງຂາດຂໍ້ມູນກ່ຽວກັບຜົນກະທົບຂອງວັກຊີນປ້ອງກັນໂຄວິດ-19 ໃນແມ່ຍິງທີ່ຖືພາ.