ເດັກນ້ອຍຜູ້ຍິງ ອາຍຸ 7 ປີ ຖືກລືມໃນລົດຮັບສົ່ງໂຮງຮຽນຈົນເສຍຊີວິດ

0
744

ເດັກນ້ອຍ ເພດຍິງ ອາຍຸ 7 ປີ ຖືກລືມໄວ້ລົດຕູ້ໂຮງຮຽນ ຈົນເສຍຊີວິດ ທີ່ປະເທດໄທ ພໍ່ແມ່ຈຶ່ງໄດ້ເຂົ້າແຈ້ງຄວາມເພື່ອເອົາຜິດຜູ້ກ່ຽວຂ້ອງ ຂະນະເຈົ້າໜ້າທີ່ຕະຫຼວດໄດ້ນຳສົບຂອງຜູ້ເສຍຊີວິດຊັນນະສູດຫາສາເຫດຂອງການເສຍຊີວິດ.

ວັນທີ 30 ສິງຫາ 2022 ສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງມີເຫດເດັກນ້ອຍນັກຮຽນເສຍຊີວິດ ພາຍໃນລົດຕູ້ຮັບ-ສົ່ງນັກຮຽນ ພາຍຫຼັງທີ່ໄດ້ຮັບແຈ້ງເຫດ ເຈົ້າໜ້າທີ່ ແພດໝໍ ແລະ ກູ້ໄພ ກໍໄດ້ໄປກວດສອບພາຍໃນລາຍຈອດລົດຂອງໂຮງຮຽນພົບລົດຕູ້ຮັບ-ສົ່ງນັກຮຽນ ພາຍໃນລົດກໍໄດ້ພົບສົບຂອງເດັກນ້ອຍ 7 ປີ ຊັ້ນປ.2 ນອນເສຍຊີວິດຢູ່ ດ້ວຍສະພາບຂວ້ຳໜ້າ ມີເລືອດອອກປາກ.

ຈາກການກວດສອບເບື້ອງຕົ້ນ ພົບວ່າ ໃນຕອນເຊົ້າໄດ້ຂັບລົດເຂົ້າມາຈອດ ແລ້ວກໍຮັບນັກຮຽນລົງຈາກລົດ ເມື່ອເຫັນຄົນໝົດແລ້ວກໍ່ໄດ້ຂັບລົດໄປຈອດທີ່ລານຈອດລົດຂອງໂຮງຮຽນ ເພື່ອຖ້າຮັບເດັກນ້ອຍໃນຕອນແລງ, ຕໍ່ມາ ເວລາ 4 ໂມງແລງ ກໍໄດ້ເອົາລົດມາຖ້າຮັບນັກຮຽນ ແຕ່ຕອນເປີດລົດອອກມາກໍ່ພົບວ່າ ມີເດັກນ້ອຍຜູ້ຍິງ 7 ປີ ນອນຢູ່ ຈາກນັ້ນກໍໄດ້ເອີ້ນແຕ່ບໍ່ມີການຕອບຮັບ ຈຶ່ງຮີບໄປແຈ້ງຄູຄົນຂັບລົດ ແລະ ຄູຄົນອື່ນ ໃຫ້ມາກວດສອບ ແຕ່ພົບວ່ານ້ອງບໍ່ຫາຍໃຈແລ້ວ.

ທາງດ້ານພໍ່ແມ່ ກໍໄດ້ເຂົ້າແຈ້ງຄວາມລົງບົດບັນທຶກ ເພື່ອເປັນຫຼັກຖານເຫດປະມາດ ຈົນເຮັດໃຫ້ລູກເສຍຊີວິດ.

ໃນຂະນະນີ້ ຕຳຫຼວດໄດ້ນຳເອົາສົບໄປຊັນນະສູດ ເພື່ອຫາສາເຫດການເສຍຊີວິດທີ່ແທ້ຈິງ ແລະ ໄດ້ເອີ້ນຄູທີ່ກ່ຽວຂ້ອງມາສອບສວນລາຍລະອຽດອີກ ເພື່ອຈະໄດ້ດຳເນີນຄະດີຕາມກົດໝາຍ.