ເດັກນ້ອຍປະມານ 75.000 ຄົນຍັງຂາດສານອາຫານໃນແຕ່ລະປີ

ໜັງສືພິມວຽງຈັນທາມ ລາຍງານໂດຍອ້າງແຫຼ່ງຂ່າວຈາກກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ ປະຈຸບັນນີ້ຢູ່ ສປປ ລາວ ຍັງມີເດັກນ້ອຍ 1 ໃນ 2 ຄົນເປັນເລືອດຈາງ, ມີ 1 ໃນ 2 ຂອງແມ່ຍິງໄວຈະເລີນພັນ ມີພາວະເລືອດຈາງ, ເດັກນ້ອຍປະມານ 75.000 ຄົນ ຍັງຂາດສານອາຫານ (ຈ່ອຍຜອມ) ໃນແຕ່ລະປີ, ເດັກນ້ອຍ 1 ໃນ 3 ຄົນ ຍັງເຕ້ຍ ທຽບກັບອາຍຸຂອງເຂົາ ເຈົ້າ, ນອກນັ້ນ ພັດມີການເພີ່ມຂຶ້ນຂອງເດັກນ້ອຍທີ່ມີຄວາມອ້ວນ ຈາກ 2.0% ໃນປີ 2012 ມາເປັນ 3.5% ໃນ 2017 (LSIS 2).

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ຕື່ມວ່າ: ບັນຫາຂ້າງເທິງນັ້ນລັດຖະບານ ໂດຍສະເພາະກະຊວງສາທາ ລະນະສຸກຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າໂດຍສະເພາະເລັ່ງໃສ່ໂຄງການໂພຊະນາການແບບເຊື່ອມສານກັບວຽກງານກະສິກໍາ, ການບໍລິການສຸຂະພາບແມ່ແລະເດັກ, ການສຶກສາ, ການສະໜອງນໍ້າສະອາດ, ວິດຖ່າຍ ແລະ ສຸຂະອະນາໄມສິ່ງແວດລ້ອມ, ການຕອບໂຕ້ໄພພິບັດ, ການຄຸ້ມຄອງການຂາດສານອາ ຫານກະທັນຫັນແບບເຊື່ອມສານ, ການປະສານງານ ແລະ ການມີສ່ວນຮ່ວມຫຼາຍຂະແໜງການ, ການຮ່ວມມືລະຫວ່າງພາກລັດ-ເອກະຊົນ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ການສື່ສານເພື່ອປ່ຽນ ແປງພຶດຕິກໍາໃນສັງຄົມດ້ານໂພຊະນາການ ແລະ ອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ