ເດວິດ ຄາເມຣອນ ເລັ່ງຍື່ນໃບລາອອກ ທ່ານ ນາງ ເທເຣຊາ ເມ ຈະຂຶ້ນເປັນນາຍົກອັງກິດແທນ ວັນພຸດນີ້!

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 12 ກໍລະກົດນີ້ວ່າ ທ່ານ ນາງ ເທເຣຊາ ເມ ລັດຖະມົນຕີກະຊວງພາຍໃນອັງກິດ ຈະກ້າວຂຶ້ນຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີອັງກິດ ໃນມື້ວັນພຸດທີ 13 ກໍລະກົດນີ້ ຫລັງຈາກທີ່ ທ່ານ ເດວິດ ຄາເມຣອນ ນາຍົກລັດຖະມົນຕີອັງກິດຄົນປັດຈຸບັນ ຈະຍື່ນໜັງສືລາອອກຈາກຕຳແໜ່ງ ຕໍ່ຣາຊີນີອາລິຊາເບດ ປະມຸກແຫ່ງສະຫະຣາຊະອານາຈັກ ໃນມື້ດຽວກັນ.

ທ່ານ ນາງ ເທເຣຊາ ເມ ຈະເຂົ້າມາບໍລິຫານປະເທດ ຕໍ່ຈາກທ່ານ ເດວິດ ຄາເມຮອນ ພາຍຫລັງທີ່ຊາວອັງກິດ ໄດ້ລົງປະຊາມະຕິ ໃນທ້າຍເດືອນທີ່ຜ່ານມາ ເພື່ອແຍກຕົວອອກຈາກ ສະຫະພາບເອີຣົບ ຫລື ອີຢູ ຊຶ່ງສັ່ນສະເທືອນຢ່າງໃຫຍ່ຫລວງ ຕໍ່ກັບການຄ້າ, ການລົງທຶນ ແລະ ຕະຫລາດການເງິນຂອງປະເທດ. ພາຍຫລັງເຂົ້າຮັບຕຳແໜ່ງ ທ່ານ ນາງ ເທເຣຊາ ເມ ຈະກາຍເປັນນາຍົກລັດຖະມົນຕີຍິງ ຄົນທີສອງຂອງອັງກິດ ຕໍ່ຈາກນາງ ມາກາເຣັດ ແທດເຊີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!