ເຊເລນສະກີ ເຊີນ ສີຈິ້ນຜິງ ມາຢ້ຽມຢາມຢູເຄຣນ

0
1499

ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ໄດ້ເຊີນຊວນທ່ານ ສີ ຈິ້ນຜິງ ປະທານາທິບໍດີຈີນ ໄປຢ້ຽມຢາມກຸງຄີຟ ປະເທດຢູເຄຣນ ເພື່ອຮ່ວມຫາທາງອອກໃຫ້ສົງຄາມຣັດເຊຍ-ຢູເຄຣນ.

ໃນວັນທີ 29 ມີນາ 2023 ລະຫວ່າງໃຫ້ສຳພາດກັບສື່ຂ່າວ AP ເທິງຂະບວນລົດໄຟຈາກເມືອງຊູມີ ເຊເລນສະກີ ໄດ້ກ່າວຍ້ຳຄຳເຊີນເຖິງ ສີ ຈິ້ນຜິງ ເຊິ່ງເປັນໜຶ່ງໃນຜູ້ນຳຂອງປະເທດມະຫາອຳນາດ ທີ່ບໍ່ເຄີຍໄປຢ້ຽມກຸງຄີຟ ນັບຕັ້ງແຕ່ມີສົງຄາມໃນຢູເຄຣນ ໃນເດືອນກຸມພາ 2022.

ໂດຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ໄດ້ກ່າວວ່າ: “ພ້ອມທີ່ຈະພົບກັບທ່ານໄດ້ບ່ອນນີ້ ແລະ ຢາກໂອ້ລົມນຳ ເຊິ່ງເຄີຍຕິດຕໍ່ກ່ອນທີ່ສົງຄາມຈະເກີດຂຶ້ນຢ່າງຮຸນແຮງ.”

ຈີນມີສາຍສຳພັນຮັດແໜ້ນກັບຣັດເຊຍ ທັງໃນດ້ານເສດຖະກິດການເມືອງມາຫຼາຍສິບປີ ແລະ ເຖິງວ່າ ສີ ຈິ້ນຜິງ ຈະປະກາດເຖິງຄວາມເປັນກາງຂອງຕົນ ແຕ່ກໍຍັງມີການສະໜັບສະໜູນການທູດຕໍ່ຣັດເຊຍ.