ເຊັກສ໌! ເຮັດໃຫ້ແມ່ຍິງງາມຂຶ້ນໄດ້ແທ້ ຫຼື ບໍ່?

ຄວາມຮັກ ກັບ ເຊັກສ໌ ມື້ນີ້ແອັດກໍ່ມາກັບຄຳຖາມທີ່ສາວໆຫຼາຍຄົນເຄີຍໄດ້ຍິນເປັນປະຈຳ ເລື່ອງທີ່ວ່າ ມີຍິງຄົນໃດຫາກມີເພດສຳພັນແລ້ວຈະເຮັດໃຫ້ງາມຂຶ້ນ? ແທ້ ຫຼື ບໍ່? ຫຼາຍຄົນກໍ່ອາດຈະສົງໃສໃນຄຳຕອບນີ້ ມື້ນີ້ແອັດມິນເລີຍມີຄຳຕອບເລື່ອງດັ່ງກ່າວມາຝາກເພື່ອນໆແຟນເພສ ໃຫ້ຫາຍຂໍສົງໃສກັນໄປເລີຍ

ຜົນງານວິໄຈຈາກສະກັອດແລນໄດ້ເປີດເຜີຍວ່າ ແມ່ຍິງທີ່ມີເພດສຳພັນອາທິດລະ 4 ເທື່ອເບິ່ງຄືໜຸ່ມກວ່າແມ່ຍິງທົ່ວໄປ ໂດຍສະເພາະການມີເພດສຳພັນໃນແຕ່ລະເທື່ອນັ້ນຫາກໃຊ້ເວລາເລົ້າໂລມຮ່ວມຮັກດົນເຖິງ 30 ນາທີນັ້ນ ທຽບເທົ່າກັບການແລ່ນອອກກຳລັງກາຍເຖິງ 2-3 ກິໂລແມັດ ເພາະມັນສາມາດເຜົາຜານພະລັງງານໃນຮ່າງກາຍຢ່າງໜ້ອຍເຖິງ 80 ແຄລໍລີ່ເລີຍກໍ່ວ່າໄດ້ ເຊິ່ງຈະຊ່ວຍໃນການຫຼຸດນ້ຳໜັກໄປໃນຕົວ

ນອກຈາກນັ້ນ ກໍ່ທີ່ຫຼາຍໆຄົນຮູ້ຈັກດີວ່າ ເຊັກສ໌ ເປັນກິດຈະກຳທຳມະຊາດຂອງມະນຸດທີ່ນອກຈາກຊ່ວຍໃນເລື່ອງອອກກຳລັງກາຍແລ້ວ ຍັງຊ່ວຍໃຫ້ຄົນທີ່ມີເຊັກສ໌ຮູ້ສຶກຜ່ອນຄາຍສົດຊື່ນ ມີຄວາມສຸກມີຊີວິດຊີວາໄດ້ເປັນຢ່າງດີ

ແຕ່ບໍ່ວ່າ ການມີເພດສຳພັນນັ້ນຈະມີປະໂຫຍດຕໍ່ຮ່າງກາຍ ແລະ ຈິດໃຈພຽງໃດ ການມີເຊັກສ໌ກໍ່ຄວນມາຈາກຄວາມຖືກຕ້ອງ,ຄວາມພ້ອມ,ຄວາມຮັບຜິດຊອບຂອງທັງສອງຝ່າຍ ແລະ ມີການປ້ອງກັນທີ່ປອດໄພໄວ້ກ່ອນເດີ້! ນອກຈາກນີ້ຕ້ອງມີເຊັກສ໌ໃນລະດັບທີ່ເໝາະສົມ ຢ່າຫັກໂຫມ ຫຼື ຮຸນແຮງຈົນເກີນໄປ ເພາະຈະເຮັດໃຫ້ຜົນດີຂອງການມີເຊັກສ໌ກາຍເປັນຜົນເສຍຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈໄດ້.