“ເຈ້ຍ ປາຊີຟິກ” ໂພສຂໍ້ຄວາມຫວານຊຶ້ງໃນວັນຄົນຮອບກວ່າ 15 ປີທີ່ຮັກກັນ

ເປັນອີກໜຶ່ງຄູ່ຮັກຄົນບັນເທີງທີ່ຫວານຈົນນ້ຳເຜິ້ງເດືອນຫ້າທີ່ຂຶ້ນຊື່ວ່າຫວານແລ້ວຍັງຕ້ອງຖອຍຫຼີກທາງໄປເລີຍກໍ່ວ່າໄດ້ ກັບ “ເຈ້ຍ ປາຊີຟິກ” ແລະ ຫວານໃຈຄົນງາມຢ່າງ “ສາວ ໄຊ” ທີ່ຄອງຄູ່ກັນມາເປັນໄລຍະເວລາດົນນານ ແຕ່ການເວລາກໍ່ບໍ່ເຄີຍສັ່ນຄອນອະນຸພາບແຫ່ງຄວາມຮັກຂອງທັງຄູ່ໄດ້ ເນື່ອງໃນໂອກາດຄົບຮອບການຄອງຄູ່ຄອງທັງສອງ ຕະຫຼອດໄລຍະເວລາ 15 ປີ 6 ເດືອນ ທາງ ເຈ້ຍ ປາຊີຟິກ ກໍ່ໄດ້ມາໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວ ເຊິ່ງຄົນທີ່ເຂົ້າໄປອ່ານກໍ່ຮູ້ສຶກປະທັບໃຈກັບຄວາມຮັກຂອງທັງຄູ່ໄປຕາມໆກັນ

ເລື່ອງລາວຂອງທັງຄູ່ຫວານຊ່ຳຂະໜາດນີ້ທາງທີມງານບັນເທີງກັບລາວໂພສຕ໌ ກໍ່ຂໍສະແດງຄວາມຍິນດີເນື່ອງໃນວັນຄົບຮອບການຄົບກັນຂອງທັງຄູ່ ແລະ ຂໍໃຫ້ທັງຄູ່ຮັກກັນຍືນຍາວ ດັ່ງກັບສາຍນ້ຳ, ສາຍລົມ, ແສງແດດ ແລະ ດວງຈັນ ທີ່ບໍ່ມີວັນພັດພາກຈາກກັນ.

ຮູບພາບຈາກ: Jear Pacific