ເຈົ້າໜ້າທີ່ປັບໃໝປ້ຳນ້ຳມັນທີ່ຂາຍເກີນລາຄາ ແລະ ສັ່ງຢຸດກິດຈະການຊົ່ວຄາວ

0
898

ດັ່ງທີ່ເຮົາຮູ້ປັດຈຸບັນ, ລາຄານໍ້າມັນມີການປັບລາຄາ ຂຶ້ນ-ລົງ ເຮັດໃຫ້ລາຄາບໍ່ຄົງທີ່, ເກີດໃຫ້ມີປາກົດການຫຍໍ້ທໍ້ ເນື່ອງຈາກບາງປໍ້ານໍ້າມັນເຊື້ອໄຟມີການຈຳໜ່າຍເກີນລາຄາແຈ້ງການ.

ໃນວັນທີ 24 ພຶດສະພາ 2022 ຜ່ານມາ, ປະຕິບັດຕາມແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 815/ຫວຂ, ລົງວັນທີ 18/05/2022 ແລະ ດຳລັດ ສະບັບເລກທີ 331/ນຍ, ລົງວັນທີ 27/10/2017 ໃດ້ສ້າງບົດບັນທຶກກັບບັນດາປໍ້ານໍ້າມັນເຊື້ອໄຟ ທີ່ກາຍເກີນລາຄາແຈ້ງການ ຂອງກະຊວງ ອຄ, ພ້ອມໃດ້ຫນີບກົ່ວໃຫ້ຢຸດຂາຍຊົ່ວຄາວ ແລະ ປັບໃຫມຕາມລະບຽບການ.

ແລະ ໃນເວລາ 17:30 ນາທີ, ຂອງວັນທີ 19 ພຶດສະພາທີ່ຜ່ານມາ, ເຈົ້າຫນ້າທີ່ກວດກາການຄ້າ, ຫ້ອງການອຸດສາຫະກຳ ແລະການຄ້າເມືອງໄຊເສດຖາ ໃດ້ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງກວດກາປໍ້າຍ່ອຍນໍ້າມັນເຊື້ອໄຟ ຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເຊີ່ງຂາຍນໍ້າມັນເຊື້ອໄຟຕ່າງຈາກລາຄາທີ່ອົງການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟກຳນົດ, ສະບັບເລກທີ 0608/ອຄ.ຄພນ, ລົງວັນທີ 18/05/2022 ແລະ ໄດ້ປັບໄຫມ 5,000,000 ກີບ ຕາມຂໍ້ 4 ມາດຕາ 82 ຂອງດຳລັດ ສະບັບເລກທີ 331/ນຍ, ລົງວັນທີ 27/10/2017.