ເຈົ້າໜ້າທີ່ຊີ້ແຈງເຫດຄາຕະກຳຢູ່ໜອງໜ່ຽງອາດເກີດຈາກຂໍ້ຂັດແຍ່ງທາງຜົນປະໂຫຍດ

ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງວຽງຈັນໄດ້ຊີ້ແຈງເຫດການຍິງກັນຢູ່ບ້ານໜອງໜ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນວັນທີ 29 ສິງຫາຜ່ານມາ ເປັນເຫດເຮັດໃຫ້ຊາຍຄົນໜຶ່ງເສຍຊີວິດຄາທີ່ພາຍໃນລົດເກັງຮຸນໄດສີດຳ ເຊິ່ງຄາດວ່າເຫດຄາຕະກຳດັ່ງກ່າວອາດເກີດຈາກຂໍ້ຂັດແຍ່ງທາງຜົນປະໂຫຍດ ຫຼື ກ່ຽວຂ້ອງກັບສິ່ງຜິດກົດໝາຍ.

ທ່ານ ພັນໂທ ອຸບົນ ຈຸນລະມະນີ, ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 31 ສິງຫາວ່າ: ເຈົ້າໜ້າທີ່ໄດ້ລົງກວດກາຈຸດເກີດເຫດ ພົບເຫັນລົດຮຸນໄດສີດຳຄັນໜຶ່ງຈອດໄວ້ ສ່ວນແວ່ນລົດດ້ານໜ້າແຕກ ແລະ ມີຮູລູກປືນຈຳນວນຫຼາຍ, ຢູ່ເບາະລົດເບື້ອງຄົນຂັບ ພົບສົບຄົນເສຍຊີວິດ ເຊິ່ງແມ່ນ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບັອບບີ້, ອາຍຸ 26 ປີ, ຢູ່ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຂະນະທີ່ພາຍໃນລົດກໍມີສິ່ງຜົດກົດໝາຍຫຼາຍຢ່າງເຊັ່ນ ລະເບີດໝາກຂຽບ 1 ໜ່ວຍ, ຢາບ້າ 1 ຖົງນ້ອຍ, ລູກປືນ 26 ລູກ, ປືນສັ້ນພ້ອມລູກປືນຈຳນວນໜຶ່ງ ແລະ ຢາເສບຕິດຜິດກົດໝາຍອື່ນໆນຳອີກ.

“ທ້າວ ສຸກສາຄອນ ເຄີຍກໍ່ເຫດຄາຕະກຳເມຍ ຂອງຕົນເອງ ໃນຊ່ວງເດືອນເມສາຜ່ານມາ ພ້ອມເອົາຕົວຫຼົບໜີ ຈາກການຈັບກຸມເຖິງແມ່ນຈະມີຄຳສັ່ງໝາຍຈັບຈາກອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນກໍຕາມ ເຊິ່ງການຄາຕະກຳຄັ້ງນີ້ອາດເກີດຈາກຄວາມຂັດແຍ່ງດ້ານຜົນປະໂຫຍດທາງເສດຖະກິດ ຫຼື ເກີດຈາກຄວາມຄຽດແຄ້ນຕ່າງໆ.” ທ່ານ ພັນໂທ ອຸບົນ ຈຸນລະມະນີ ກ່າວ.

ຢ່າງໃດກໍຕາມ, ທ້າວ ສຸກສາຄອນຍັງມີສ່ວນພົວພັນກັບການຊື້-ຂາຍຢາເສບຕິດ ແລະ ອາວຸດເສິກ ພ້ອມກະທຳຜິດຫຼາຍຄັ້ງ ທັງທຳຮ້າຍຮ່າງກາຍຜູ້ອື່ນດ້ວຍຫຼາຍຮູບແບບ, ປັດຈຸບັນທາງເຈົ້າໜ້າທີ່ກຳລັງດຳເນີນການສືບສວນສອບສວນຫາຂໍ້ມູນຫຼັກຖານເພີ່ມເຕີມ.