ເຈົ້າໜ້າທີ່ການຄ້າຈຳປາສັກ ທຳລາຍຊິງດັດແປງ ເກືອບ 70 ໜ່ວຍ ທີ່ຍຶດໄດ້ຕາມຕະຫລາດ!

ບ່າຍວັນທີ 23/3/2016 ນີ້, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໄດ້ທຳລາຍຊິງທີ່ຜິດລະບຽບ, ຊິງດັດແປງຈາກຊິງທຳມະດາ ໃຫ້ເປັນຊິງອ່ອນ ເພື່ອລັກໂລບຕາຊິງ ເວລາລູກຄ້າມາຊື້-ຂາຍ ຈຳນວນ 67 ໜ່ວຍ ທີ່ໄດ້ຈາກການເຄື່ອນໄຫວກວດພົບ ແລະ ກັກຢຶດຢູ່ຕະຫຼາດໃໝ່ປາກເຊ, ຕະຫຼາດແລງຫຼັກ 2, ຕະຫຼາດມີໄຊ ທ່າຫີນ ແລະ ຕະຫຼາດຫຼັກ 14 ແລ້ວນຳມາທຳລາຍຖິ້ມ ເພື່ອປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້.

1915083_1034635453310894_8504197348183921791_n 10404421_1034635523310887_5812302814599487762_n

ພາບ ແລະ ຂ່າວ:

Thounthongchay Phommasoukha