ເຈົ້າຍິງເສກສົມຣົດກັບຊາຍຊາວບ້ານ ສະຫຼະພະຍົດເປັນສາມັນຊົນ

ສຳນັກຂ່າວເອພີລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 17 ພຶດສະພາ 2017 ນີ້ວ່າ ສຳນັກຣາຊາເລຂາທິການ ພຣະຣາຊະວັງອິມພີຣຽວ ປະຕິເສດທີ່ຈະຢືນຢັນລາຍງານຂ່າວ ທ້າວ ເຄະອິ ໂຄະມຸໂຣະ ຊາຍໜຸ່ມຜູ່ພິຊິດຫົວໃຈຂອງເຈົ້າຍິງ ມາໂກະ, ເຄີຍເປັນນັກສຶກສາຂອງມະຫາວິທະຍາໄລ ລັນອິນເຕີເນຊັ່ນແນລ ຄຣິສຕຽນ ໃນນະຄອນຫຼວງໂຕກຽວ ສະຖານສຶກສາກຽວກັນກັບເຈົ້າຍິງມາໂກະ ໄວອາຍຸ 25 ພັນສາ ທີ່ສຳເລັດການສຶກສາ.

ລາຍງານລະບຸວ່າ ທັງ 2 ພົບປະຮູ້ຈັກກັນຄັ້ງທຳອິດ ທີ່ຮ້ານອາຫານແຫ່ງໜຶ່ງ ໃນເຂດຊິບູຍ່າຂອງນະຄອນຫຼວງໂຕກຽວ ເມື່ອ 5 ປີກ່ອນ ເຊິ່ງມີການສັງສັນພົບປະສົນທະນາກ່ຽວກັບການສຶກສາໃນຕ່າງປະເທດ ແລະ ເມື່ອມໍ່ໆນີ້ ທັງສອງນັດພົບກັນ ແລະ ຍັງໄດ້ອອກໄປທ່ຽວນຳກັນຫຼາຍຄັ້ງຕໍ່ເດືອນ.

ໂຄະມຸໂຣະເຮັດວຽກເປັນ “ເຈົ້າໜ້າທີ່ແຫ່ງທະເລ” ເພື່ອສົ່ງເສີມການທ່ອງທ່ຽວຫາດຊາຍຫຼາຍແຫ່ງ ຂອງເມືອງ ໂຊນັນ ແຂວງ ຄານາງາວະ ຫຼັງຈາກທີ່ເສກສົມຣົດແລ້ວ ເຈົ້າຍິງມາໂກະຈະບໍ່ໄດ້ດຳລົງພະຍົດເປັນເຈົ້າຍິງອີກຕໍ່ໄປ ແລະ ຈະກາຍເປັນສາມັນຊົນ

ພິທີເສກສົມຣົດຈະເຕັມໄປດ້ວຍພິທີກຳ ຕາມທຳນຽມປະເພນີຂອງຣາຊາວົງຍີ່ປຸ່ນ ໃນຈຳນວນຮວມເຖິງການປະກາດເຊິ່ງຈະເທົ່າກັບການໝັ້ນ ຫຼັງຈາກນັ້ນຈະເປັນການເລືອກມື້ເສກສົມຣົດ ແລະ ຄູ່ບ່າວ-ສາວ ຈະເຂົ້າເຝົ້າຖວາຍລາຍງານຢ່າງເປັນທາງການ ຕໍ່ສົມເດັດພຣະຈັກກະພັດ ແລະ ສົມເດັດພຣະຈັກກະພັດດີນີ

ທາງສະຖານີໂທລະພາບເອັນເອຊເຄ ລາຍງານຕື່ມອີກວ່າ ເຈົ້າຍິງມາໂກະໄດ້ນຳພາຊາຍຄົນຮັກໄປແນະນຳຕົວກັບພຣະບິດາ ແລະ ພຣະມານດາແລ້ວ ແລະ ທັງສອງພຣະອົງກໍ່ໃຫ້ການຍອມຮັບ.

https://youtu.be/NeppNQQPJnc