ເຈົ້າຍິງມາໂກະ ກັບ ຊາຍສາມັນຊົນຖະແຫລງຂ່າວໝັ້ນຢ່າງເປັນທາງການ

Princess Mako, the elder daughter of Prince Akishino and Princess Kiko, and her fiancee Kei Komuro, a university friend of Princess Mako, smile during a press conference to announce their engagement at Akasaka East Residence in Tokyo, Japan, September 3, 2017. REUTERS/Shizuo Kambayashi/Pool

ເມື່ອວັນທີ 3 ກັນຍາ 2017 ເອເອຟພີ ແລະ ຣອຍເຕີລາຍງານການຖະແຫຼງຂ່າວໝັ້ນຂອງເຈົ້າຍິງ ມາໂກະ ພຣະຣາຊນັດດາໃນສົມເດັດພຣະຈັກກະພັດ ແລະ ພຣະທິດາໃນເຈົ້າຊາຍອາກິຊິໂນະແຫ່ງຍີ່ປຸ່ນ ພ້ອມກັບ ທ້າວ ເຄ ໂຄມູໂຣະ ຊາຍສາມັນຊົນ ຄູ່ໝັ້ນຂອງເຈົ້າຍິງ

ໃນການຖະແຫຼງຂ່າວຄັ້ງນີ້ ເຈົ້າຍິງ ມາໂກະ ມີອາຍຸໄດ້ 25 ປີ ໄດ້ກ່າວວ່າ ພຣະອົງມີຄວາມສຸກແທ້ໆ ແລະ ພຣະອົງຄິດມາແຕ່ຕອນຍັງນ້ອຍແລ້ວວ່າ ເມື່ອໃດທີ່ພຣະອົງຈະແຕ່ງງານ ພຣະອົງຈະຕ້ອງສະຫຼະຖານັນດອນສັກເປັນສາມັນຊົນ

ດ້ານທ້າວ ໂຄມູໂຣະ ໄວອາຍຸ 25 ປີ ນັກກົດໝາຍໄດ້ກ່າວວ່າ ເຈົ້າຍິງເປັນບຸກຄົນທີ່ປົກປ້ອງເຂົາແບບງຽບໆ ຄືກັນດວງເດືອນ ໃນຂະນະທີ່ເຈົ້າຍິງໄດ້ກ່າວວ່າ ຮອຍຍິ້ມຂອງໂຄມູໂຣະຄືກັບດວງຕາເວັນ

ການຖະແຫຼງຂ່າວນີ້ໄດ້ກຳນົດເວລາໄວ້ໃນເດືອນ ກໍລະກົດ ແຕ່ຍ້ອນເກີດອຸທົກກະໄພຮ້າຍແຮງໃນຍີ່ປຸ່ນ ຈິ່ງໄດ້ເລື່ອນເວລາມາເປັນວັນທີ 3 ກັນຍານີ້ ສ່ວນງານແຕ່ງງານຂອງທັງສອງຈະມີຂຶ້ນໃນກາງປີ 2018