ເງິນເຟີ້ ແລະ ລາຄາອາຫານທີ່ເພີ່ມສູງຂຶ້ນ ກໍາລັງເປັນບັນຫາໃຫຍ່ໃນປະເທດສີລັງກາ

ເວັບໄຊ້ khaosod ໄດ້ລາຍງານວ່າ ປະເທດສີລັງກາໄດ້ປະກາດສະຖານະການສຸກເສີນທາງເສດຖະກິດເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 31 ສິງຫາ 2021 ຫຼັງຈາກທີ່ລາຄາສະກຸນເງິນຣູປີສີລັງກາຫຼຸດລົງສູງເຖິງ 7.5% ເມື່ອທຽບກັບເງິນດອນລາໃນປີນີ້ ສົ່ງຜົນເຮັດໃຫ້ລາຄາອາຫານເພີ່ມຂຶ້ນສູງ.

ທາງການຂອງສີລັງການລະບຸວ່າຈະເຂົ້າຄວບຄຸມລາຄາຂອງສິນຄ້າອາຫານທີ່ເປັນພື້ນຖານ ລວມໄປເຖິງເຂົ້າ, ນໍ້າຕານ ແລະ ຈະກໍານົດລາຄາເພື່ອພະຍາຍາມຄວບຄຸມເງິນເຟີ້ທີ່ເພີ່ມຂຶ້ນ ໂດຍໄດ້ແຕ່ງຕັ້ງອະດີດນາຍພົນເຂົ້າມາຮັບຜິດຊອບກ່ຽວກັບການບໍລິຫານທີ່ສໍາຄັນ ເຊິ່ງມີອໍານາດໃນການຄວບຄຸມສາງສິນຄ້າທີ່ຜູ້ຄ້າສົ່ງ ແລະ ຜູ້ຄ້າຍ່ອຍຄອບຄອງຢູ່.

ການປະກາດສະຖານະການສຸກເສີນທາງດ້ານເສດຖະກິດມີຂຶ້ນຫຼັງຈາກທີ່ລາຄາອາຫານທີ່ເປັນພື້ນຖານເພີ່ມສູງຂຶ້ນເຊັ່ນ: ນໍ້າຕານ, ຫອມບົ່ວແຫ້ງ ແລະ ມັນຝຣັ່ງ. ນອກຈາກນີ້, ຍັງມີປະຊາຊົນຕໍ່ແຖວກັນກັນຍາວຢຽດເພື່ອຊື້ສິນຄ້າ ເນື່ອງຈາກຂາດແຄນສິນຄ້າຫຼາຍປະເພດ ເຊິ່ງລວມໄປເຖິງນົມຜົງ, ນໍ້າມັນກາສ ແລະ ແກັສ.

ທັງນີ້, ປະເທດສີລັງກາກໍກໍາລັງປະເຊີນກັບສະຖານະການໂຄວິດ-19 ທີ່ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດທີ່ເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ກະທົບຕໍ່ກັບການທ່ອງທ່ຽວ ໃນຖານະປະເທດທີ່ມີລາຍໄດ້ຫຼັກຈາກເງິນຕາຕ່າງປະເທດ ເມື່ອບໍ່ມີນັກທ່ອງທ່ຽວເຂົ້າມາ ເຮັດໃຫ້ເສດຖະກິດຂອງປະເທດສີລັງກາຫຼຸດລົງຫຼາຍທີ່ສຸດເຖິງ 3.6% ໃນປີກ່ອນ.