ເຂື່ອນນໍ້າງຽບ 1 ຄືບໜ້າ 42%

0
2158

ວັນທີ 24 ກໍລະກົດ 2016 ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ໄດ້ລົງຢ້ຽມຢາມ ແລະຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ຢູ່ ແຂວງບໍລິຄໍາໄຊ ໂດຍການຕ້ອນຮັບ ແລະນໍາພາທາງຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ຢູ່ເຂດ ບ້ານຫາດຢື້ນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ໄດ້ເລີ່ມກໍ່ສ້າງ ແຕ່ເດືອນກັນຍາ 2014 ພາຍໃຕ້ການຄວບຄຸມການກໍ່ສ້າງ ແລະດໍາເນີນງານຂອງບໍລິສັດໄຟຟ້ານ້ຳງຽບ 1 ຊຶ່ງປະກອບມີສາມຂາຮຸ້ນຄື ບໍລິສັດຄັນໄຊການໄຟຟ້າແຫ່ງປະເທດຍີ່ປຸ່ນ, ບໍລິສັດການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະວິສາຫະກິດຖືຮຸ້ນລາວ ໂດຍການກໍ່ສ້າງມາຮອດປະຈຸບັນປະຕິບັດໄດ້ແລ້ວ 42% ແລະຄາດວ່າຈະໃຫ້ໄດ້ນຳໃຊ້ກະແສໄຟຟ້າຢ່າງເປັນທາງການໃນທ້າຍເດືອນມັງກອນ ປີ 2019 ເປັນຕົ້ນພ້ອມດຽວກັນຄະນະຮັບຜິດຊອບຂອງໂຄງການຍັງໄດ້ນໍາພາທ່ານລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ພ້ອມດ້ວຍຄະນະ ລົງສໍາຫຼວດເບິ່ງພື້ນທີ່ຕົວຈິງເປັນຕົ້ນ ແມ່ນເຂດການກໍສ້າງຂອງໂຄງການ-ເຂດຍົກຍ້າຍຈັດສັນຫວ້ຍສູບໃນການສ້າງເຮືອນ ແລະພື້ນທີ່ກະສິກໍາ-ສິ່ງອໍານວຍຄວາມສະດວກສາທາລະນະເຊັ່ນ: ໄຟຟ້າ, ນໍ້າປະປາ, ສຸກສາລາ, ຕະຫຼາດ ແລະຖະໜົນຫົນທາງ ເພື່ອກະກຽມຍົກຍ້າຍປະຊາຊົນທີຖືກຜົນກະທົບໃຫ້ໄດ້ມາພັກຢູ່ອາໄສ.

ຫຼັງຈາກນັ້ນໃນວັນດຽວກັນ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ລົງສໍາຫຼວດທັດສະນະເບິ່ງໂຄງການກໍ່ສ້າງເຄື່ອນໄຟຟ້ານໍ້າເທີນ 1 ທ່ີ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທັງນີ້ກໍເພື່ອເປັນການກະຕຸກຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້າຢູ່ແຂວງບໍລິຄໍາໄຊໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ທີ່ມາ: ເສດຖະກິດ-ສັງຄົມ