ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ) ດຶງດູດການລົງທຶນໄດ້ 8 ພັນກ່ວາຕື້ກີບ

tlsez1
ພາບຈຳລອງ ໂຄງການພັດທະນາເຂດເສດຖະກິດສະເພາະ ບຶງທາດຫຼວງ

 

ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​​ເອື້ອ​ອຳນວຍ​ ເປັນ​ຊ່ອງ​ທາງ​ໜຶ່ງ​ທີ່​ຈະສາມາດ​ສ້າງ​ຄວາມ​ເຊື່ອ​ໝັ້ນ

​ໃຫ້​ກັບ​ນັກ​ລົງທຶນທັງພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຊັ່ນ​ດຽວ​ກັບການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ

​ແລະ ​ເຂດ​ເສດຖະກິດ​ສະ​ເພາະ (ຂພສ) ທີ່​ພະຍາຍາມ​ສ້າງ​ສິ່ງ​ອຳນວຍ​ຄວາ​ມສະດວກ​ຮອງ​ຮັບ​ການ​ລົງ

ທຶນ ​ເຮັດ​ໃຫ້​ຈຳນວນ​ບໍລິສັດ​ເຂົ້າ​ມາ​ດຳ​ເນີນ​ທຸ​ລະ​ກິດ ​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຮອດ​ປະຈຸບັນລະ

ດົມ​ທຶນ​ໄດ້​​ແລ້ວ​ 8​ ພັນ​ກວ່າ​ຕື້​ກີບ.

 

ອີງ​ຕາມ​ການ​ລາຍ​ງານ​ຂອງ​ທ່ານ ນາງ ບົວ​ທາ ຂັດ​ທິຍະ ລັດຖະມົນຕີ​ຊ່ວຍ ວ່າການ​ຫ້ອງ​ວ່າການ​ລັດຖະ

ບານ, ຮອງປະທານຫົວໜ້າກອງ​ເລຂາ​ຄະນະກຳມະການ​ແຫ່ງ​ຊາດ​ລາວ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ

​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ (ຂພສ) ​ໄດ້​ລາຍ​ງານ ​ຕໍ່ຄະນະ​ສະມາຊິກສະພາ​ແຫ່ງ​ຊາດວ່າ:

ເຖິງ​ແມ່ນ​ວ່າສະພາບ​ການ​ລວມຂອງ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມ ​ໂດຍສະ​ເພາະດ້ານ​ມະຫາ​ພາກ

ຂອງ​ລາວ ພວມ​ປະ​ເຊີນ​ກັນ​ສິ່ງ​ທ້າ​ທາຍ​ຫຼາຍ​ປະການ, ​ແຕ່​ໃນ​ຂະນະ​ດຽວ​ກັນການ​ພັດທະນາ​ໃນ​ຂົງ​ເຂດ

​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ(ຂພສ) ຍັງ​ເປັນ​ຂະ​ແໜງ​ການ​ໜຶ່ງ​ທີ່​ສຶບຕໍ່​ຂະຫຍາຍ

ຕົວ​ຢ່າງ​ຕໍ່​ເນື່ອງ ​​ໂດຍ​ສະ​ເພາະໃນ​ດ້ານ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI).

 

ມາ​ຮອດ​ປະຈຸ​ບັນ ລາວ​ເຮົາ​ມີ ຂພສ ທັງ​ໝົດ 10 ​ເຂດ, ​ໃນ​ນີ້ ມີ​ເຂດ​ເສດຖະກິດ ​ສະ​ເພາະ 8 ເຂດ ​ແລະ

ເຂດ ​​ເສດຖະກິດ​ພິ​ເສດ 2​ ເຂດ (​ໄດ້​ຍົກ​ລະດັບ​ຈາກ​ເຂດ​ສຳ​ປະທານ​ທົ່ວ​ໄປ​ຂຶ້ນ​ເປັນ ຂພສ ຈຳນວນ 7

​ເຂດ ແລະສ້າງ​ຕັ້ງ​ຂຶ້ນ​ໃໝ່​ຈຳນວນ 3 ​ເຂດ), ມີ​ຜູ້​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າມາ​ດຳ​ເນີນ​

ທຸລະ​ກິດ​ຢູ່​ບັນດາ ຂພສ ​ໃນ​ທົ່ວ​ປະ​ເທດ​ທັງ​ໝົດ​ຫຼາຍ​ກວ່າ 100​ ບໍລິສັດ ມີ​ມູນ​ຄ່າ​ການ​ລົງທຶນ​ຕົວ​ຈິງ

1,03 ຕື້​ໂດ​ລາ ຫຼື ປະມານ 8.240​ ຕື້​ກີບ, ​ໃນ​ນັ້ນ ​ເປັນ​ການ​ລົງທຶນ​ຂອງ​ລັດຖະບານ 10,56 ລ້ານ​ໂດ​ລາ,

ຜູ້​ພັດທະນາ 979,46 ລ້ານ​ໂດ​ລາ ​ແລະ ຜູ້​ລົງທຶນ​ລາຍ​ຍ່ອຍ ຈຳນວນ 40,47 ລ້ານ​ໂດ​ລາ, ພ້ອມ​ນັ້ນ ກໍ​

ຍັງສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ທາງ​ກົງ​ໄດ້​ປະມານ 8 ​ພັນ​ຄົນ, ນອກຈາກ​​ແຮງ​ງານ​ທາງ​ກົງ​ແລ້ວ

ການ​ພັດທະນາ ຂພສ ຍັງ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ທາງ​ອ້ອມ​ໄດ້​ຈຳນວນ​ໜຶ່ງ​ ໂດຍ​ສະ​ເພາະໃນ​ຂະ​

ແໜງ​ການ​ບໍລິການ, ການ​ຜະລິດ​ສະບຽງ​ອາຫານ ແລະ ອື່ນໆ.

 

ທ່ານ ນາງ ບົວ​ທາ ຂັດ​ທິຍະ ຍັງ​ກ່າວ​ໃຫ້​ຮູ້​ອີກ​ວ່າ: ຕະຫຼອດ​ໄລຍະ​ຂອງ​ການພັດທະນາ ກໍເຫັນ​ໄດ້​ວ່າ ບັນ

ດາ​ເຂດແມ່ນ​ໄດ້​ສຸມ​ໃສ່​ພັດທະນາ ​ເພື່ອ​ທີ່​ຈະ​ສາມາດດຶງ​ດູດ​ນັກ​ລົງທຶນ​ໃຫ້​ເຂົ້າມາລົງທຶນ​ນັບ​ມື້​ເພີ່ມ​ຂຶ້ນ

​ແລະ ໜຶ່ງ​ໃນນັ້ນ ກໍ​ລວມມີໂຄງການ​ກໍ່ສ້າງ​ເຂດ​ເສດຖະກິດ​ສະ​ເພາະບຶງ​ທາດຫຼວງ ຊຶ່ງ​ໂຄງການ​ໜຶ່ງ​ທີ່​

ລັດຖະບານ​ລາວ ​ແລະບໍລິສັດຫວາງ​ເຟີ້ງ ຊຽງ​ໄຮ ສປ ຈີນ ຮ່ວມກັນ​ພັດທະນາ ​ເພື່ອ​ນຳ​ໃຊ້​ດິນ​ເປົ່າວ່າງ

ທີ່​ເປັນບຶງ​ທາມ​ເປັນ​ບ່ອນ​ເຕົ້າ​ໂຮມນ້ຳ​ເປື້ອນຂອງ​ຕົວ​ເມືອງ​ຂອງ​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ກາຍ​ເປັນ

​ເມືອງ​ໃໝ່, ເປັນ​ສູນ​ກາງ​ແຫ່ງ​ອະລິຍະ​ທຳ, ວັດທະນະທຳ ​ແລະ ໜອງ​ນ້ຳທຳ​ມະ​ຊາດ, ຮັກສາ​ສິ່ງ​ແວດ​ລ້ອມ,

ລະບົບ​ນິ​ເວດ​ວິທະຍາໂດຍ​ກົງຈັກ​ເກັບ​ນ້ຳ, ບຳບັດ​ນ້ຳ​ເສຍ ​ແລະ ປູກ​ຕົ້ນ​ໄມ້.

 

ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ ​ແລະ ອາຄານ, ສ້າງ​ທິວ​  ທັດ​ທີ່​ເປັນ​ເອກະ​ລັດ​ພິ​ເສດປະ

ກອບມີ​ຂອບຟ້າ ແລະ ​ເຂດ​ສີຂຽວ​ປະສົມ​ປະສານ​ກັນ, ສ້າງ​ໜອງ​ນ້ຳ​ໃຫຍ່​ໃຫ້​ກາຍ​ເປັນ​ສູນ​ລວມກິດຈະ

ກຳ​ທາງນ້ຳ ​ເປັນຕົ້ນ​ແມ່ນ​ການ​​ແຂ່ງ​ເຮືອປະ​ເພນີ ທີ່​ຕິດ​ພັນ​ກັບ​ວິຖີ​ຊີວິດ​ຂອງ​ປະຊາຊົນ​ລາວ, ນອກ​ນັ້ນ

ຢູ່​ຈຸດ​ໃຈກາງ​ຂອງ​ໜອງ​ນ້ຳ​ໃຫຍ່ ​ແມ່ນ​ຈະ​ສ້າງ​ເປັນ​ສວນ​ອຸທິຍານ​ປະ​ຫວັດສາດ​ທີ່​ມີ​ຫໍ​ຊົມ​ວິວສູງ​ເຖິງ 153

​ແມັດ ທີ່​ສະ​ແດງ​ເຖິງ​ຄວາມ​ສວຍງາມ ​ແລະ ​ເປັນ​ເອກະລັກ​ຂອງ​ຊາດ​ລາວ.

 

ມາ​ຮອດ​ປະຈຸ​ບັນ ​ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ລົງທຶນ​ໄປ​ແລ້ວ 50​ ລ້ານ​ໂດ​ລາ ຫຼື ປະມານ 400 ຕື້​ກີບ, ​ໂດຍ

​ສຸມ​ໃສ່ບັນດາ​ໜ້າ​ວຽກ​ທີ່​ສຳຄັນ ​ແລະ ​ໃນ​ນີ້ ກໍ​ເຫັນ​ວ່າ​ມີ​ບາງ​ໜ້າ​ວຽກ​ທີ່​ໄດ້​ສຳ​ເລັດ​ແລ້ວ ​ເປັນຕົ້ນ​ແມ່ນ

ການ​ຈົກ​ໜອງນ້ຳ​ໃຫຍ່ ກວ້າງ 50 ​ເຮັກຕາ, ​ເລີກ 7​ ແມັດ, ຄອງ​ນ້ຳທີ່​ອ້ອມ​ຮອບ​ບຶງ, ການ​ກໍ່ສ້າງ​ສຳນັກ

ງານ​ຫ້ອງການ​ບໍລິຫານ​ພາຍ​ໃນ​ເຂດ, ການ​ສ້າງເສັ້ນທາງ​ປູເບ​ຕົງ​ພາຍ​ໃນ​ເຂດ, ການຈັດ​ສັນ​ຕອນ​ດິນ,

ການ​ປູກ​ຕົ້ນ​ໄມ້​ປະດັບ ​ແລະ ຕົ້ນ​ໄມ້​ຫາ​ຍາກ​ທີ່​ມີ​ຄຸນຄ່າ​ສູງ​ຂອງ​ລາວຢູ່​ພາຍ​ໃນເຂດ, ການ​ສ້າງ​ປະຕູ​ໂຂງ

​ເຂົ້າ​ເຂດ ​ແລະ ຂະນະ​ນີ້ ກໍກຳລັງ​ສຸມ​ໃສ່ວຽກກໍ່ສ້າງ​ອາຄານ​ໂຄ​ໂດ​ມິນ​ນຽມ ທ່ານລັດຖະມົນຕີ​ຊ່ວຍ​ວ່າການ

​ຫ້ອງ​ວ່າການ​ລັດຖະບານ, ຮອງ​ປະທານຫົວໜ້າກອງ​ເລຂາ​ຄະນະ​ກຳມະການ​ແຫ່ງ​ຊາດ​ລາວ ​ເພື່ອ​ຄຸ້ມ​ຄອງ

​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ (ຂພສ) ກ່າວ​ຕື່ມ.

 

ແຫຼ່ງຂ່າວ: http://www.sedthakid.la/khao/19798.spc