ເກົາຫຼີໃຕ້-ອາເມຣິກາ ເລິ່ມຊ້ອມຮົບຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍປີ

0
838

ເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ ເລີ່ມການຊ້ອມຮົບຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍປີ ແລະ ຊ້ອມຮົບພາກສະໜາມເພື່ອເພີ່ມການກຽມພ້ອມໃນກາານຮັບມືກັບປະເທດໃກ້ຄຽງທີ່ອາດຈະທົດສອບອາວຸດ.

ການຊ້ອມຮົບນີ້ຊື່ລະຫັດວ່າ ອຶລຊິ ຟຣີດັອມ ຊິລ (Ulchi Freedom Shield) ກຳນົດສີ້ນສຸດໃນວັນທີ 1 ກັນຍາ ມີຂຶ້ນຫຼັງຈາກປະທານາທິບໍດີເກົາຫຼີໃຕ້ ທ່ານ ຍຸນ ຊັອກຍອລ ປະກາດວ່າຈະຊ້ອມຮົບ ເປັນປົກກະຕິ ແລະ ຈະເສີມການປ້ອງກັນຕື່ມອີກ.

ເກົາຫຼີໃຕ້ ຍັງຈັດການຊ້ອມການປ້ອງກັນພົນລະເຮືອນ ແຍກຕ່າງຫາກອີກ ເປັນເວລາ 4 ມື້ ໃນວັນດຽວກັນ ເພື່ອສ້າງຄວາມກຽມພ້ອມຂອງລັດຖະບານ ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງໂຄວິດ ໂດຍການຊ້ອມຮົບ ແລະ ຊ້ອມປ້ອງກັນໄພ ມີເປົ້າໝາຍເພື່ອກຽມຄວາມພ້ອມສຳລັບການຮັບມືກັບຮູບແບບຂອງສົງຄາມທີ່ປ່ຽນໄປ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ແຈ້ງວ່າ ເກົາຫຼີໃຕ້ ແລະ ອາເມຣິກາ ຈະຈັດເຝິກຊ້ອມຮົບທັງໝົດ 11 ຄັ້ງ ແລະ ຈະເພີ່ມການຕ້ານທານໄພຈາກ ລູກສອນໄຟຈາກປະເທດໃກ້ຄຽງ ດ້ວຍການເສີມອັນກວດລູກສອນໄຟ ແລະ ຈະໄດ້ເລັ່ງຕິດຕັ້ງລະບົບລູກສອນໄຟຕື່ມ.

ແຫຼ່ງຂ່າວຈາກ ຣອຍເຕີ