ເກົາຫຼີໃຕ້ຜະລິດຫຸ່ນຍົນບັງຄັບດ້ວຍຄົນໂຕທຳອິດຂອງໂລກ

ຫຸ່ນຍົນບັງຄັບນີ້ຖືກຄິດຄົ້ນຂຶ້ນໂດຍບໍລິສັດ ຮັນກຸກ ມິແຣ ເຊິ່ງເປັນບໍລິສັດ ເທັກໂນໂລຢີສັນຊາດເກົາຫຼີໃຕ້ ໂດຍຈາກການລາຍງານຂອງເວັບໄຊ ເອັນແກດເຈັດ ເມື່ອວັນທີ 1 ມັງກອນ 2017 ທີ່ຜ່ານມາ ເຜີຍວ່າ ຫຸ່ນຍົນດັ່ງກ່າວນີ້ມີຊື່ວ່າ ເມຣອດ-2 (Method-2) ມັນຖືກອອກແບບໂດຍວິທາລີ ບຸລກາຣອຟ ນັກອອກແບບຜູ້ເຄີຍເຮັດວຽກດ້ານສະເປຊຽວເອັຟເຟັກໃນວົງການຮໍລີວູດ

robot5

ເມຣອດ-2 ມີຄວາມສູງປະມານ 3.96 ແມັດ ແລະ ມີນ້ຳໜັກ 1.3 ຕັນ ມັນຖືກສ້າງຂຶ້ນມາເພື່ອເປັນຫຸ່ນຍົນໃຊ້ໃນການຊ່ວຍເຫລືອວຽກງານກູ້ໄພໃນພື້ນທີ່ສ່ຽງອັນຕະລາຍຕ່າງໆ ທີ່ມະນຸດບໍ່ສາມາດເຂົ້າເຖິງໄດ້ ໂດຍດ້ານໃນມີຫ້ອງບັງຄັບຂະໜາດນ້ອຍ ມີການຕິດຕັ້ງລະບົບຄວບຄຸມຕ່າງໆ ໂດຍຄົນສາມາດຂຶ້ນໄປນັ່ງບັງຄັບຫຸ່ນຍົນໄດ້

ເຊິ່ງໃນປັດຈຸບັນ ຫຸ່ນຍົນເມຣອດ-2 ຍັງບໍ່ທັນສ້າງສຳເລັດສົມບູນ 100% ໂດຍຕອນນີ້ຍັງທົດລອງໃຊ້ໃນຫ້ອງທົດລອງພຽງຢ່າງດຽວ ເນື່ອງຈາກຍັງບໍ່ມີພະລັງງານພຽງພໍ ແຕ່ຄາດວ່າອີກບໍ່ດົນທາງບໍລິສັດຈະປັບປຸງ ພັດທະນາ ໃຫ້ຫຸ່ນຍົນເມຣອດ-2 ສາມາດອອກມາເຄື່ອນໄຫວນອກສະຖານທີ່ໄດ້ໄວໆນີ້

 

 

 

ຂອບໃຈຮູບພາບ ແລະ ວິດີໂອຈາກ vitalybulgarov.com, ເຟສບຸກ Vitaly Bulgarov

ແຫລ່ງຂ່າວຈາກ: http://hilight.kapook.com/view/147397
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!