ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຟື້ນຄືນສາຍດ່ວນ ຫຼັງຂາດການຕິດຕໍ່ກັນ 1 ປີ

ສຳນັກຂ່າວ BBC ລາຍງານວ່າ: ເກົາຫຼີເໜືອ ແລະ ເກົາຫຼີໃຕ້ໄດ້ຟື້ນຄືນສາຍດ່ວນການສື່ສານ ຫຼັງຝ່າຍເໜືອເປັນຜູ້ຕັດຂາດການສື່ສານດັ່ງກ່າວໃນເດືອນມິຖຸນາຂອງປີກາຍ ເນື່ອງຈາກຄວາມສຳພັນທີ່ບໍ່ລົງລອຍກັນ ອັນເປັນຜົນມາຈາກກອງປະຊຸມສຸດຍອດລະຫວ່າງສອງປະເທດທີ່ຖືກລົ້ມເລີກ.

ອີງຕາມຂໍ້ມູນຂອງທຳນຽບປະທານາທິບໍດີເກົາຫຼີໃຕ້ໄດ້ລາຍງານວ່າ: ຜູ້ນຳຂອງສອງປະເທດໄດ້ຕົກລົງກັນໃນການປັບປຸງຄວາມສຳພັນ ແລະ ພ້ອມສ້າງຄວາມປອງດອງກັນຄືນໃໝ່, ຂະນະທີ່ປະທານາທິບໍດີເກົາຫຼີໃຕ້ກໍໄດ້ຮຽກຮ້ອງໃຫ້ມີການກູ້ຄືນສາຍດ່ວນການສື່ສານພ້ອມມີການເຈລະຈາໂດຍມຸ່ງເປົ້າໄປທີ່ການຮື້ຖອນໂຄງການນິວເຄຼຍ ແລະ ຂີປານາວຸດຂອງເກົາຫຼີເໜືອ.

ຜູ້ນຳລະດັບສູງຂອງສອງປະເທດ ຍັງໄດ້ວາງມາດຕະການເພື່ອດຳເນີນການປະສານງານດ້ານການສື່ສານລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ຄືນໃໝ່ ໃນວັນທີ 27 ກໍລະກົດ, ເຊິ່ງຕົວແທນລັດຖະບານຂອງສອງປະເທດກໍຍັງໄດ້ໂອ້ລົມກັນທາງໂທລະສັບເປັນເວລາສາມນາທີ ທັງມີການນັດໝາຍເວລາໂທຫາກັນອີກໃນຄັ້ງຕໍ່ໄປ.

“ພວກເຮົາດີໃຈທີ່ໄດ້ໂອ້ລົມກັນອີກຄັ້ງພາຍຫຼັງຕັດຂາດກັນ 1 ປີ ແລະ ຫວັງວ່າສິ່ງນີ້ຈະນຳເອົາຂ່າວດີມາມອບໃຫ້ປະຊາຊົນເກົາຫຼີທັງສອງປະເທດ.” ຕົວແທນລັດຖະບານເກົາຫຼີໃຕ້ກ່າວ.

ຄວາມສຳພັນລະຫວ່າງສອງປະເທດເລີ່ມດີຂຶ້ນໃນປີ 2018 ເມື່ອສອງປະທານາທິບໍດີ ມຸນ ແຈອິນ ພົບປະກັບ ຄິມ ຈອງອຶນເຖິງສາມຄັ້ງ ແຕ່ແລ້ວຄວາມສຳພັນດັ່ງກ່າວກໍພັງທະລາຍລົງອີກຄັ້ງ ເມື່ອກອງປະຊຸມສຸດຍອດຄັ້ງທີສອງຖືກຍົກເລີກ, ຄວາມຕຶງຄຽດຍິ່ງເພີ່ມທະວີແຮງຂຶ້ນໃນເວລາຕໍ່ມາ ເມື່ອກຸ່ມນັກກິດຈະກຳຜູ້ແປພັກເກົາຫຼີໃຕ້ໄດ້ສົ່ງໂຄສະນາຊວນເຊື່ອຂ້າມຊາຍແດນ ຈູດຊະນວນໃຫ້ເກົາຫຼີເໜືອຕັດສິນໃຈລະເບີດຫ້ອງການສື່ສານປະຈຳຊາຍແດນລະຫວ່າງສອງປະເທດ.