ເກົາຫຼີເໜືອເຮັດແລ້ວ ທົດລອງຂີປະນາວຸດສູງທີ່ສຸດ ເທົ່າທີ່ເຄີຍມີມາ

ເກົາຫຼີເໜືອທົດລອງຂີປະນາວຸດພິໄສໄກຂ້າມທະວີບ (ICBM) ຮູບ: REUTERS
ຫຼາຍສຳນັກຂ່າວຕ່າງປະເທດ ລາຍງານວ່າ ຕອນເຊົ້າມື້ນີ້ ວັນທີ 29 ພະຈິກ 2017 ເກົາຫຼີເໜືອ ໄດ້ທົດລອງຂີປະນາວຸດພິໄສໄກຂ້າມທະວີບ ຂີປະນາວຸດດັ່ງກ່າວໄດ້ທະຍານຂຶ້ນສູ່ລະດັບຄວາມສູງທີ່ສຸດເທົ່າທີ່ເຄີຍມີມາ.
ສຳນັກຂ່າວຢອນຮັບຂອງເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດຄັ້ງໃໝ່ຈາກແຂວງພຽງອັນໃຕ້ ໄປຕົກລົງໃນນ່ານນໍ້າເສດຖະກິດສະເພາະຂອງຍີ່ປຸ່ນ ເມື່ອເວລາປະມານ 1:00 ໂມງຂອງມື້ນີ້ ຕາມເວລາໃນປະເທດລາວ. ໂດຍກະຊວງປ້ອງກັນປະເທດສະຫະລັດ ຢືນຢັນວ່າຂີປະນາວຸດດັ່ງກ່າວໄດ້ທະຍານຂຶ້ນໄປເປັນໄລຍະທາງທັງໝົດ 1,000 ກິໂລແມັດ ແລະໃຊ້ເວລາເດິນທາງປະມານ 50 ນາທີ ກ່ອນຕົກລົງໃນທະເລຍີ່ປຸ່ນ.
ທ່ານ ອິຊຶໂນະຣິ ໂອໂນະເດະຣະ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ເປີດເຜີຍວ່າ ຂີປະນາວຸດທີ່ເກົາຫຼີເໜືອຍິງທົດລອງໃນຄັ້ງນີ້ ທະຍານຂຶ້ນສູ່ລະດັບສູງສຸດທີ່ 4,000 ກິໂລແມັດເໜືອພື້ນໂລກ ກ່ອນຈະແຕກລະເບີດອອກແລະຕົກລົງໃນທະເລໃນເວລາຕໍ່ມາ.
ຜູ້ນຳເກົາຫຼີເໜືອຢໍ້າວ່າໃກ້ຈະບັນລຸເປົ້າໝາຍອາວຸດນິວເຄຍໃນອີກບໍ່ດົນນີ້.
“ຂີປະນາວຸດຂອງເກົາຫຼີເໜືອໃນຄັ້ງນີ້ ທະຍານຂຶ້ນໄດ້ໃນລະດັບສູງກວ່າການຍິງທົດລອງຄັ້ງໃດໆທີ່ຜ່ານມາ ສະແດງໃຫ້ເຫັນວ່າ ເກົາຫຼີເໜືອກຳລັງພັດທະນາຂີປະນາວຸດທີ່ເປັນໄພຄຸກຄາມຕໍ່ທົ່ວໂລກ” ລັດຖະມົນຕີປ້ອງກັນປະເທດສະຫະລັດກ່າວ. ສ່ວນປະທານາທິບໍດີ ໂດໂນທຣຳ ບອກກັບສື່ມວນຊົນພຽງວ່າ ຈະຈັດການກັບເລື່ອງທີ່ເກົາຫຼີເໜືອຍິງຂີປະນາວຸດໃນຄັ້ງນີ້.
ດ້ານສະພານັກວິທະຍາສາດຜູ້ຫ່ວງກັງວົນຕໍ່ບັນຫານິວເຄຍ (Union of Concerned Scientists) ລະບຸວ່າ ຖ້າຫາກຕົວເລກສະຖິຕິກ່ຽວກັບຂີປະນາວຸດທີ່ເກົາຫຼີເໜືອຍິງທົດສອບຄັ້ງຫຼັງສຸດຖືກຕ້ອງ ສະແດງວ່າຂີປະນາວຸດນີ້ອາດຈະມີພິໄສໄກຍິງໄດ້ໄກເຖິງ 13,000 ກິໂລແມັດ ເຊິ່ງຄວບຄຸມທົ່ວທຸກພື້ນທີ່ຂອງສະຫະລັດຯ ລວມທັງນະຄອນຫຼວງວໍຊິງຕັນນຳ.