ເກົາຫຼີເໜືອຖະແຫຼງການເຜີຍສະຫະລັດປະກາດສົງຄາມແລ້ວ

ວັນທີ 25 ກັນຍາ 2017 ເອເອຟພີລາຍງານຄວາມຄືບໜ້າສະພາບເຫດການຄວາມເຄັ່ງຮ້ອນໃນແຫຼມເກົາຫຼີ ຫຼ້າສຸດ ທ່ານ ຣີ ຍັງໂຮ ລັດຖະມົນຕີວ່າການກະຊວງການຕ່າງປະເທດເກົາຫຼີເໜືອ ຖະແລງການທີ່ນະຄອນນິວຢອກ ສະຫະ ລັດອາເມລິກາ ຫຼັງເຂົ້າຮ່ວມປະຊຸມຄະນະຜູ້ແທນສະຫະປະຊາຊາດ ເຖິງກໍລະນີທ່ານ ໂດນັລ ທຣັມ ປະທານາທິບໍດີສະ ຫະລັດອາເມລິກາ ລະບຸວ່າ ອາດຕ້ອງທຳລາຍເກົາຫຼີເໜືອໃຫ້ກ້ຽງ ໂດຍທ່ານຣີໄດ້ກ່າວວ່າ ເກົາຫຼີເໜືອອາດຍິງເຮືອບິນຖິ້ມລະເບີດທີ່ກອງທັບສະຫະລັດອາເມລິກາສົ່ງໄປທີ່ບິນເຂົ້າໄປໃກ້ເກົາຫຼີເໜືອ

ທ່ານ ຣີກ່າວວ່າ “ທ່ານທຣັມຂູ່ວ່າຜູ້ນຳຂອງເຮົາຈະຢູ່ໄດ້ອີກບໍ່ດົນ ເຂົາປະກາດສົງຄ່ມກັບປະເທດເຮົາແລ້ວ”

ດ້ານບິບິຊີລາຍງານວ່າ ທ່ານ ຣີຍັງກ່າວວ່າ ສະຫະລັດອາເມລິກາປະກາດສົງຄາມກ່ອນ ແລະ ເກົາຫຼີເໜືອມີສິດຍິງເຮືອບິນຖິ້ມລະເບີດຂອງກອງທັບສະຫະລັດ