ເກືອບຕາຍ!! Samsung ຢືນຢັນ Galaxy Note 7 ທີ່ປະເທດຈີນປອດໄພບໍ່ຈຳເປັນຕ້ອງເກັບຄືນ

0
2104

ອີງຕາມຂ່າວທີ່ແອັດມິນຊຽງລາຍງານໄປແລ້ວກ່ຽວກັບສະມາດໂຟນເຮືອທຸງລຸ້ນໃໝ່ຈາກບໍລິສັດ Samsung ທີ່ເກີດລະເບີດຂຶ້ນດ້ວຍກັນ 35 ກໍລະນີ, ນັບວ່າເປັນຈຳນວນຫຼາຍຖ້າອີງຕາມການວາງຈຳໜ່າຍ ເພາະຍັງວາງຈຳໜ່າຍບໍ່ຮອດເດືອນຊ້ຳ!!. ແຕ່ເຖິງຢ່າງໃດກໍຕາມທາງ Samsung ກໍໄດ້ເກັບຄືນໂທລະສັບ 2.5 ລ້ານໜ່ວຍກັບຄືນສູ່ບໍລິສັດແລ້ວເພື່ອນຳໄປແກ້ໄຂບັນຫາທີ່ເກີດຂຶ້ນນີ້ ແລະຍັງໃຫ້ຂໍ້ສະເໜີປ່ຽນເຄື່ອງໃໝ່ໃຫ້ກັບຜູ້ທີ່ໄດ້ຮັບຄວາມເສຍຫາຍນຳ.

ຫຼ້າສຸດນີ້ເບິ່ງຄືວ່າຈະມີພຽງປະເທດດຽວທີ່ປອດໄພ ສຳລັບໂທລະສັບ Samsung Galaxy Note 7 ນັ້ນກໍຄື: ປະເທດຈີນ. ໂດຍທາງບໍລິສັດ Samsung ກ່າວວ່າ: ສິນຄ້າຢູ່ໃນຄັງເກັບໃນປະເທດຈີນຖືວ່າປອດໄພແລ້ວ ເພາະໄດ້ນຳໃຊ້ແບັດເຕີຣີຈາກຜູ້ຜະລິດລາຍອື່ນ, ບໍ່ໄດ້ໃຊ້ແບັດຈາກ Samsung ເອງ (ແບັດທີ່ເກີດບັນຫາຕອນນີ້).

ເວົ້າໄດ້ວ່າໃຜທີ່ຊື້ໂທລະສັບລຸ້ນນີ້ຈາກປະເທດຈີນຖືວ່າສະບາຍໃຈໄດ້ເລີຍ ເພາະບໍ່ມີສ່ວນກ່ຽວກັບບັນຫາແບັດເຕີຣີທີ່ທາງຊຳຊຸງຜະລິດຂຶ້ນມາເອງ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:gizmochina