ເກີດເຫດເຮືອຈົມຢູ່ອັງກິດ ມີຜູ້ເສຍຊີວິດເຖິງ 31 ຄົນ

0
1273

ວັນທີ 25 ພະຈິກ 2021 ສໍານັກຂ່າວ mgronline ລາຍງານວ່າ ມີຜູ້ເສຍຊີວິດ 31 ຄົນ ໃນນັ້ນມີຜູ້ຍິງ 5 ຄົນ ຫຼັງຈາກເຮືອຢາງຂອງພວກເຂົາເກີດເຫດຈົມລະຫວ່າງຂ້າມຊ່ອງແຄບອັງກິດ ຈາກຝຣັ່ງໄປຍັງອັງກິດ ເປັນການເກີດເຫດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດທີ່ກ່ຽວຂ້ອງກັບຜູ້ລີ້ໄພທີ່ກັ້ນກາງລະຫວ່າງສອງປະເທດ.

ຊ່ອງແຄບຂອງອັງກິດ ເປັນໜຶ່ງໃນເສັ້ນທາງການເດີນເຮືອທີ່ນໍາໃຊ້ຫຼາຍທີ່ສຸດຂອງໂລກ ມີກະແສນໍ້າທີ່ຮຸ່ນແຮງ ຫຼາຍຄັ້ງເຮືອຢາງທີ່ບັນທຸກເຄື່ອງຈໍານວນຫຼາຍຍັງສວດມົນພາວະນາຂໍຄວາມເມດຕາຈາກຄື້ນນໍ້າ ໃນຂະນະທີ່ພວກເຂົາພະຍາຍາມມຸ້ງໜ້າໄປໃຫ້ເຖິງແຄມຝັ່ງຂອງອັງກິດ.

ມີລາຍງານລະບຸວ່າ ມີຄົນຢູ່ໃນເຮືອ 34 ຄົນ ໃນນັ້ນເສຍຊີວິດ 31 ຄົນ, ມີ 2 ຄົນ ໄດ້ຮັບຄວາມຊ່ວຍເຫຼືອແລ້ວ ແລະ ມີອີກ 1 ຄົນຍັງສູນຫາຍ ສ່ວນຜູ້ທີ່ລອດຊີວິດ 2 ຄົນນັ້ນ ກໍຍັງບໍ່ພົ້ນຂີດອັນຕະລາຍ ເພາະພວກເຂົາຍັງມີອາການອຸນຫະພູມຮ່າງກາຍຕໍ່າຮຸ່ນແຮງ.

ພວກຊາວປະມົງເລົ່າວ່າ ຮອບນີ້ມີຜູ້ອົບພະຍົບຫຼາຍກວ່າປົກກະຕິ ອອກເດີນທາງຂ້າມຊ່ອງແຄບຈາກແຄມຝັ່ງຂອງຝຣັ່ງ ເຖິງນໍ້າຈະມີອຸນຫະພູມເຢັນກໍຕາມ. ນາຍົກລັດຖະມົນຕີຂອງອັງກິດກ່າວ່າ ເຂົາຮູ້ສຶກຕົກໃຈ ແລະ ເສຍໃຈຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນນີ້ ພ້ອມທັງສົ່ງຄວາມຫ່ວງໃຍໃຫ້ກັບບັນດາຄອບຄົວທີ່ປະສົບໄພດັ່ງກ່າວ.

ກ່ອນໜ້ານີ້ ເຄີຍມີຜູ້ລີ້ໄພ 14 ຄົນຈົມນໍ້າເສຍຊີວິດຂະນະທີ່ພະຍາຍາມເດີນທາງໄປຍັງອັງກິດ ໃນປີ 2020 ມີຜູ້ເສຍຊີວິດລວມ 7 ຄົນ ແລະ ສູນຫາຍ 2 ຄົນ, ປີ 2019 ມີຜູ້ເສຍຊີວິດ 4 ຄົນ.