ເກີດເຫດລະເບີດເທິງຂົວລະຫວ່າງໄຄຣເມຍ-ຣັດເຊຍ

0
630

ເກີດເຫດລະເບີດເທິງຂົວ ປະມານ 6:00 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 8 ຕຸລາ 2022.

ໂດຍທາງສຳນັກຂ່າວຈາກຣັດເຊຍ ໄດ້ລາຍງານວ່າ: ເຫດລະເບີດຄັ້ງນີ້ ເກີດຈາກລົດບັນທຸກລະເບີດກ່ອນທີ່ໄຟຈະໄໝ້ລາມໄປຫາຖັງບັນທຸກນ້ຳມັນເທິງລົດໄຟທີ່ແລ່ນຂະໜານກັນ ແລະ ຈາກນັ້ນ ຂົວບາງສ່ວນກໍໄດ້ຖະຫຼົ່ມລົງ.

ແຕ່ໃນເວລາຕໍ່ມາ ສ່ວນໜຶ່ງຂອງຂົວກໍກັບມາເປີດໃຫ້ຍານພະຫະນະກັບມາໃຊ້ຫົນທາງໄດ້ໜ້ອຍໜຶ່ງ ຂະນະທີ່ສ່ວນໜຶ່ງຂອງຂົວຖະຫຼົ່ມລົງທະເລໄປ ຫຼ້າສຸດທາງການຣັດເຊຍໄດ້ລະບຸວ່າ ມີຜູ້ເສຍຊີວິດ 3 ຄົນ ຍ້ອນຢູ່ໃກ້ກັບກົດບັນທຸກທີ່ລະເບີດ.

ຂົວນີ້ຊື່ວ່າ ເຄຣິຊ (Kirch) ຖືກສ້າງຂຶ້ນຈາກຣັດເຊຍເຂົ້າຮວມດິນແດນຂອງໄຄຣເມຍເປັນຂອງຕົນເອງໃນປີ 2014 ດ້ວຍເຫດນີ້ຂົວດັ່ງກ່າວຈຶ່ງເບິ່ງເປັນສັນຍະລັກຂອງການຮວມດິນແດນໃນຄັ້ງນັ້ນ ແລະ ຂົວນີ້ກໍມີຄວາມສຳຄັນ ຍ້ອນວ່າ ເປັນເສັ້ນທາງຄົມມະນາຄົມຂົນສົ່ງແຫ່ງດຽວທີ່ເຊື່ອມລະຫວ່າງ ໄຄຣເມຍ ແລະ ຣັດເຊຍ.

ພາຍຫຼັງເຫດລະເບີດ ທ່ານ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ກໍໄດ້ອອກມາຖະແຫຼງວ່າ “ບໍ່ຕ້ອງສົງໄສເລີຍວ່ານີ້ເປັນການກໍ່ການຮ້າຍ ທີ່ຕັ້ງໃຈທຳລາຍໂຄງສ້າງພື້ນຖານທີ່ສຳຄັນຂອງຣັດເຊຍ”.

ແຕ່ເຖິງຢ່າງໃດກໍຕາມ ກໍບໍ່ມີຫຍັງທີ່ສາມາດຢືນຢັນໄດ້ວ່າໃຜເປັນຜູ້ກໍ່ເຫດໃນຄັ້ງນີ້.