ເກີດເຫດດິນເຈື່ອນໃນອິນເດຍ

0
773

ຈາກເຈົ້າໜ້າທີ່ທາງອິນເດຍ ໄດ້ຖະແຫຼງການວ່າ: ໃນວັນເສົາ ທີ 2 ມິຖຸນາ ທີ່ຜ່ານມາ ມີເຫດດິນເຈື່ອນ ທາງເໜືອຂອງອິນເດຍ  ເນື່ອງຈາກເກີດຝົນຕົກໜັກຕັ້ງແຕ່ວັນພຸດ ຈົນເຮັດໃຫ້ດິນເຈື່ອນ ແລະ ມີຜູ້ສູນຫາຍ 37 ຄົນ.

ໃນຂະນະນີ້ ເຈົ້າໜ້າທີ່ສາມາດພົບເຫັນແລ້ວ 26 ສົບ ຈາກບໍລິເວນເຂດກໍ່ສ້າງຮາງລົດໄຟແຫ່ງໜຶ່ງ ໂດຍການຊອກຫາຜູ້ລອດຊີວິດ ແລະ ເກັບກູ້ຮ່າງຜູ້ເສຍຊີວິດເປັນໄປໄດ້ຍາກລຳບາກຫຼາຍ ຍ້ອນພູມສາດຂອງປະເທດເປັນພູຜາສູງຊັນ ແລະ ສະພາບອາກາດທີ່ບໍ່ເອື້ອອຳນວຍ.