ເກີດເຫດຍົນລະເບີດທີຟີລິບປິນ ບຸກຄະລາກອນການແພດເສຍຊີວິດຍົກລຳ

ຮູບພາບຈາກ www.abc.net.au

ສຳນັກຂ່າວ CNN ລາຍງານ ໃນຄືນວັນທີ 29 ມີນາທີຜ່ານມາ ເຮືອບິນຂອງສາຍການບິນໄລອ້ອນແອ (Lionair) ຖ້ຽວບິນທີ RPC 5880 ເຊິ່ງຈະເດີນທາງໄປທີ່ສະໜາມບິນຮາເນດະ, ປະເທດ ຢີ່ປຸ່ນ ຈາກສະໜາມບິນນາໆຊາດ Ninoy Aquino ທີນະຄອນຫຼວງມະນິລາ ປະເທດ ຟີລິບປິນ ໄດ້ເກີດເຫດລະເບີດໃນຂະນະທີ່ເຮີອບິນກຳລັງບິນຂຶ້ນ ເຮັດໃຫ້ຜູ້ໂດຍສານທັ້ງໝົດ 8 ຄົນ ເສຍຊີວິດ.

ຜູ້ໂດຍສານດັ່ງກ່າວແມ່ນບຸກຄະລາກອນທາງແພດ ເຊິ່ງມີສັນຊາດອາເມລິກາ 1 ຄົນ, ການາດາ 1 ຄົນ ແລະ ຟີລິບປິນ 6 ຄົນ. ເຮືອບິນດັ່ງກ່າວ ເປັນເຮືອບິນອົບພະຍົບທາງການແພດ (medical evacuation plane) ເຊິ່ງບັນຈຸອຸປະກອນການແພດທີ່ກາຍມາເປັນເຊື້ອເພີງທີ່ເຮັດໃຫ້ເກີດການລະເບີດ.

 

ຮຽບຮຽງໂດຍ: ວະນິດາ

ອ້າງອິງຈາກ: ສຳນັກຂ່າວ CNN