ເກີດເຫດຄົນຮ້າຍໃຊ້ມີດ ໄລ່ແທງປະຊາຊົນຢູ່ອັງກິດ ເສຍຊີວິດຢ່າງໜ້ອຍ 1 ຄົນ ບາດເຈັບອີກ 6 ຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ເກີດເຫດຄົນຮ້າຍ ໃຊ້ມີດໄລ່ແທງປະຊາຊົນ ຢູ່ບໍລິເວນສວນສາທາລະນະຣັສເຊວ ໃຈກາງນະຄອນຫລວງລອນດອນ ປະເທດອັງກິດ ໃນວັນພະຫັດທີ 4 ສິງຫານີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 6 ຄົນ ໂດຍເຈົ້າໜ້າກູ້ໄພ ໄດ້ເຂົ້າຊ່ວຍເຫລືອ ແລະ ນຳສົ່ງໂຮງໝໍ, ສ່ວນເຈົ້າໜ້າທີ່ຕຳຫລວດອັງກິດ ສາມາດຈັບກຸມຕົວຜູ້ກໍ່ເຫດໄວ້ໄດ້ ຊຶ່ງເປັນເພດຊາຍ ອາຍຸພຽງ 19 ປີ ຊຶ່ງຄາດວ່າອາດມີສ່ວນກ່ຽວຂ້ອງ ກັບການກໍ່ການຮ້າຍ.

ເຫດການດັ່ງກ່າວນີ້ ເກີດຂຶ້ນພຽງໜຶ່ງວັນ ຫລັງຈາກທີ່ຕຳຫລວດລອນດອນ ປະກາດເພີ່ມກຳລັງປະກອບອາວຸດ 600 ຄົນທົ່ວເມືອງຫລວງແຫ່ງນີ້ ເພື່ອປ້ອງກັນເຫດການໂຈມຕີນອງເລືອດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ໃນບັນດາປະເທດເອີຣົບ.

559000007983402 559000007983403

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!