ເກີດອຸບັດຕິເຫດລົດຕຳກັນ 133 ຄັນຍ້ອນຖະໜົນມື່ນໃນລັດເທກຊັດ

ຕາມການລາຍງານຈາກເວັບໄຊຂ່າວຕ່າງປະເທດໃຫ້ຮູ້ວ່າ ເກີດອຸບັດຕິເຫດລົດຕຳກັນ 133 ຄັນ ເທິງທາງດ່ວນທີ່ເຕັມໄປດ້ວຍນໍ້າແຂງ ເຮັດໃຫ້ຖະໜົນມື່ນ ທີ່ລັດເທັກຊັດ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ຜູ້ບາດເຈັບ 36 ຄົນ ເນື່ອງຈາກພາຍຸລະດູໜາວທີ່ພັດຖະລົ່ມຢູ່ໃນຂະນະນີ້.

ໂດຍເຫດການດັ່ງກ່າວເກີດຂຶ້ນບໍລິເວນສີ່ແຍກທີ່ມີການສັນຈອນວ້ນວາຍ ເຊິ່ງທ່ານ Michael Drive Fridahl ໂຄສົກຂອງກົມດັບເພີງ Fort Worth ເປີດເຜີຍໃນກອງປະຊຸມຂ່າວວ່າ ອຸປະຕິເຫດດັ່ງກ່າວແມ່ນອາດຈະເປັນຍ້ອນສະພາບເສັ້ນທາງທີ່ປົກຄຸມດ້ວຍນໍ້າແຂງ ເນື່ອງຈາກພາຍຸລະດູໜາວທີ່ເກີດຂຶ້ນໃນຕອນນີ້.

ທ່ານ Michael Drive Fridahl ກ່າວວ່າຜູ້ເສຍຊີວິດອາດຈະເພີ່ມສູງຂຶ້ນ ເນື່ອງຈາກເຈົ້າໜ້າທີ່ກູ້ໄພຍັງຢູ່ລະຫວ່າງການປະຕິບັດໜ້າທີ່ໃນການຊ່ວຍເຫຼືອຜູ້ປະສົບໄພ.

ທ່ານ ເຈສັນ ແມຄລາຟລິນ ຜູ້ຊ່ຽວຊານກ່ຽວກັບພາຍຸເປີດເຜີຍວ່າ ຕົ້ນຕໍຂອງການເກີດອຸບັດຕິເຫດເບື້ອງຕົ້ນແມ່ນເກີດມາຈາກລົດ 2-3ຄັນທີ່ສູນເສຍການຄວບຄຸມ ແລ້ວກໍ່ນຳມາສູ່ການເກີດອຸບັດຕິເຫດໃນຄັ້ງນີ້.