ເກີດການເບື່ອເຫັດຫລາຍກໍລະນີຢູ່ນະຄອນຫລວງວຽງຈັນແຕ່ໂຊກດີບໍ່ມີຜູ້ເສຍຊີວິດ

ຫົວໜ້າຂະແໜງລະບາດວິທະຍາພະແນກສາທາລະນະສຸກນະຄອນຫລວງວຽງຈັນ ທ່ານ ຈັນ ທະໄລ ໄຊຍະວົງ ໄດ້ລາຍງານໃຫ້ຮູ້ໃນວັນທີ 23 ສິງຫານີ້ວ່າ: ເມື່ອອາທິດຜ່ານມາ, ໜ່ວຍງານຕົນໄດ້ຮັບແຈ້ງມີການເບື່ອເຫັດຫລາຍກໍລະນີຢູ່ນະຄອນ ຫລວງວຽງຈັນຄື: ຢູ່ເມືອງໄຊທານີມີ 12 ກໍລະນີ, ນາຊາຍທອງ 8 ກໍລະນີ ແລະ ຫາດຊາຍຟອງ 6 ກໍລະ ນີ, ໂດຍເຂົາເຈົ້າຖືກນໍາສົ່ງໂຮງໝໍໃກ້ຄຽງຢ່າງຮີບດ່ວນ, ພາຍຫລັງທີ່ມີອາການວິນຫົວ, ປວດຮາກ ແລະ ເຈັບທ້ອງຢ່າງແຮງຫລັງ ຈາກກິນເຫັດ, ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ.

ຜ່ານການກວດກາຕົວຢ່າງເຫັດທີ່ພວກເຂົາເອົາມາກິນນັ້ນ ລ້ວນແຕ່ເປັນຊະນິດເຫັດ ທີ່ສາ ມາດກິນໄດ້, ຄືດັ່ງ 12 ກໍລະນີຢູ່ເມືອງໄຊທານີນັ້ນແມ່ນກິນເຫັດມ້ວຍ, ສ່ວນ 8 ກໍລະນີຢູ່ເມືອງນາຊາຍທອງແມ່ນກິນເຫັດດິນ ແລະ 6 ກໍລະນີຢູ່ເມືອງຫາດຊາຍຟອງແມ່ນກິນເຫັດຂີ້ຄວາຍ, ຊຶ່ງປະເພດເຫັດດັ່ງກ່າວແມ່ນເກີດຕາມທົ່ງໄຮ່, ທົ່ງນາ ແລະ ປ່າຕ່າງໆ ຊຶ່ງປົກກະຕິແລ້ວແມ່ນສາມາດບໍລິໂພກໄດ້, ແຕ່ເທື່ອນີ້ອາດເປັນຍ້ອນເຫັດເຫລົ່ານັ້ນແມ່ນເກັບມາຈາກບ່ອນທີ່ມີສານເຄມີ ແລະ ທາດເບື່ອຕ່າງໆຕົກຄ້າງຫລືເປັນຍ້ອນການປຸງແຕ່ງບໍ່ສຸກດີຈຶ່ງເຮັດໃຫ້ເກີດອາການເບື່ອດັ່ງກ່າວ.

ແນວໃນກໍຕາມ, ຕໍ່ກໍລະນີເກີດຂຶ້ນນີ້ຂະແໜງລະບາດວິທະຍາຈຶ່ງຝາກເຕືອນໃຫ້ປະຊາຊົນບັນດາເຜົ່າຈົ່ງມີສະຕິລະວັງໃນການບໍລິໂພກເຫັດຊະນິດຕ່າງໆ, ເນື່ອງຈາກວ່າໃນປັດຈຸບັນສະພາບສິ່ງແວດລ້ອມຢູ່ຫລາຍເຂດ, ຫລາຍພື້ນທີ່ມີການປ່ຽນແປງ ແລະ ຖືກທໍາລາຍຈາກມົນລະພິດຕ່າງໆ ເປັນຕົ້ນແມ່ນຢູ່ຕາມທົ່ງໄຮ່ທົ່ງນາ, ພູຜາປ່າໄມ້ ໃນຫລາຍເຂດທີ່ແມ່ນມີສານເຄມີ ແລະ ທາດເບື່ອອື່ນໆທີ່ນໍາໃຊ້ເຂົ້າໃນການຜະລິດກະສິກຳ ແລະ ອຸດສະຫະກໍາຕົກຄ້າງເປັນຈໍານວນຫລາຍ. ສະນັ້ນເພື່ອຫລີກລ້ຽງຄວາມອັນຕະລາຍອັນທີໜຶ່ງ ແມ່ນບໍ່ຄວນເອົາເຫັດຊະນິດທີ່ບໍ່ເຄີຍກິນມາປຸງແຕ່ງອາຫານ, ອັນທີສອງ ບໍ່ຄວນເອົາເຫັດຫລາຍຊະນິດມາປົນກັນເພື່ອປຸງແຕ່ງອາຫານ ແລະ ອັນທີສາມເມື່ອເອົາເຫັດມາປຸງແຕ່ອາຫາດຕ້ອງເຮັດໃຫ້ສຸກດີ ແລະ ຫາກກິນແລ້ວຮູ້ສຶກວ່າເກີດອາການວິນຫົວ, ປວດຮາກ ຫລື ເຈັບທ້ອງ ແມ່ນຮີບຮ້ອນນຳສົ່ງໂຮງໝໍໂດຍດ່ວນ ເພື່ອຮັບການປິ່ນປົວຢ່າງຖືກວິທີ, ທັງຮັບປະ ກັນຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດ.

 

ທີ່ມາແຫຼ໋ງຂ່າວ: ໜັງສືພິມລາຍວັນ ລາວພັດທະນາ