ຮ້ານຊີ້ນດາດອອກມາຊີ້ແຈງແລ້ວ ກໍລະນີບັ້ງແກ໊ສແຕກໃສ່ລູກຄ້າ

0
1355

ຈາກກໍລະນີລູກຄ້າມາກິນຊີ້ນດາດ ແລ້ວບັ້ງແກ໊ສເຕົາຊີ້ນດາດແຕກໃສ່ລູກຄ້າ ໃນວັນທີ 3 ມິຖຸນາ ທາງຮ້ານອອກມາຊີ້ແຈງແລ້ວ.

ວັນທີ 5 ມິຖຸນາ 2023 ຮ້ານຊີ້ນດາດໄດ້ອອກມາຊີ້ແຈງຜ່ານເຟສບຸກ Ki SoKoi ວ່າ: ເວລາປະມານ 21:30 ໂມງ ທາງຮ້ານໄດ້ມີການເກັບເງິນກັບທຸກໂຕະ ລວມທັງໂຕະທີ່ຖືກບັ້ງແກ໊ສແຕກໃສ່ ເພື່ອທີ່ຈະປິດຮ້ານຕອນ 22:00 ໂມງ.

ຮ້ານຊີ້ນດາດກໍໄດ້ເລົ່າຕື່ມອີກວ່າ ບັນດາພະນັກງານທຸກພາກສ່ວນກໍກຽມມ້ຽນຮ້ານເພື່ອຈະປິດ ແຕ່ຍັງເຫັນອີກ 4 ຄົນ ທີ່ເປັນລູກຄ້ານັ່ງຫຼິ້ນໂທລະສັບໂດຍເປີດເຕົາຊີ້ນດາດໄວ້ຢູ່ ເຊິ່ງເວລາ 22:24 ນາທີ ແກ໊ສໄດ້ລັ່ນເຕືອນຄັ້ງ 1 ແລ້ວແຕ່ລູກຄ້າບໍ່ຍ້າຍໂຕະ, ຕໍ່ມາເວລາ 22:28 ນາທີ ຈຶ່ງເກີດແກ໊ສລະເບີດ ເຮັດໃຫ້ມີຜູ້ບາດເຈັບ 4 ຄົນ ຍິງ 2 ຄົນ ແລະ ປາກົດວ່າພາຍໃນໂຕະນັ້ນ ຍັງມີຊີ້ນອີກ 1 ຖາດ ຢາສູບຈຳນວນໜຶ່ງຢູ່.

ຕໍ່ມາທາງຜູ້ເປັນລູກຄ້າກໍໄດ້ຂໍຮ້ອງໃຫ້ຮ້ານລົບວິດີໂອ ແລະ ກ້ອງວົງຈອນຕອນເກິດເຫດທຸກຢ່າງ ເພາະລູກຄ້າໄດ້ເຮັດຜິດກົດຮ້ານ ເຊິ່ງທາງຮ້ານກໍລົບຈົນໝົດ.

ນອກນີ້ ທາງຮ້ານຊີ້ນດາດດັ່ງກ່າວກໍໄດ້ສະແດງຄວາມຮັບຜິດຊອບ ດ້ວຍການຊ່ວຍເຫຼືອຄ່າຮັກສາຜູ້ທີ່ໄດ້ຮັບບາດເຈັບ ຈຳນວນ 5 ລ້ານກີບ.

ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ທຸກຄົນລະວັງຕື່ມໃນເວລາໄປກິນຊີ້ນດາດ ແລະ ຂໍໃຫ້ລູກຄ້າທຸກຄົນປະຕິບັດຕາມກົດລະບຽບຂອງຮ້ານຄ້າ ເພື່ອເປັນການປ້ອງກັນຄວາມເສຍຫາຍທັງ 2 ຝ່າຍ.