ຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ຢູ່ ສປປ ລາວ

0
820

ໃນວັນທີ 12 ມັງກອນ 2022 ຜ່ານມາ, ທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ຢູ່ ສປປ. ລາວ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ແລະ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ.

ທຸກມື້ນີ້, ຄວາມທັນສະໄໝບໍ່ເຄີຍຢຸດຢັ້ງ, ໂດຍສະເພາະໃນຍຸກປັດຈຸບັນ ຫຼື ເອີ້ນວ່າ ຍຸກ 4.0 ທີ່ພວມເປັນທ່າອ່ຽງລວມໃນຫຼາຍໆດ້ານເພື່ອເຮັດໃຫ້ທຸກຢ່າງງ່າຍຂຶ້ນ, ແລະ ຍັງຈະເຊື່ອມໂຍງລະຫວ່າງໂລກຮູບປະທຳກັບໂລກນາມມະທຳ ເຊື່ອມໂຍງສິ່ງຕ່າງໆດ້ວຍເຕັກໂນໂລຊີ ດີຈີຕ໋ອນ ແລະ ອິນເຕີເນັດທີ່ມີຂໍ້ມູນມີມະຫາສານ. ສປປ ລາວ ເຮົາກໍພວມປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງໃນຍຸກອຸດສາຫະກຳ 4.0 ດັ່ງກ່າວ ເພື່ອສ້າງໂອກາດໄດ້ດຳເນີນການສຶກສາ-ຄົ້ນຄວ້າ ພັດທະນາ ແລະ ບໍລິການ ດ້ານວິຊາການ ເຕັກນິກ ກ່ຽວກັບລະບົບເຕັກໂນໂລຊີ Blockchain.

ໃນນັ້ນ Blockchain ຫຼື ເອີ້ນວ່າ: ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນທີ່ມີລັກສະນະພິເສດໃນການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກສາມາດດຳເນີນການໄດ້ເອງຜ່ານລະບົບເຄື່ອຂ່າຍຄອມພິວເຕີແບບບໍ່ລວມສູນ (Decentralized) ເຮັດໃຫ້ເກີດມີທຸລະກຳຊັບສິນດີຈີຕ໋ອນ ມີການສ້າງເງິນຄຣິບໂຕ ແລະ ຫຼຽນໂທເຄັນດີຈີຕ໋ອນຂຶ້ນມາຢ່າງຫຼວງຫຼາຍ ແລະ ຖືກນຳໃຊ້ໃນຫຼາຍຮູບແບບໃນຫຼາຍອຸດສາຫະກຳ.

ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໂດຍ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ສີທາ ພົມມະຈິດ ຮອງປະທານ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ; ເຊິ່ງໂຄງການດັ່ງກ່າວຈະແນ່ໃສ່ພັດທະນາລະບົບຖານ (Platform), ຊອບແວ/ໂປຣແກຣມ ແລະ ແອັບພລີເຄເຊີນ (Application) ຕ່າງໆ ເພື່ອຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການ ໃຫ້ແກ່ລັດຖະບານ ແລະ ສັງຄົມ ເພື່ອສະເໜີຂັ້ນເທິງພິຈາລະນາເຊັ່ນ: ລະບົບຢັ້ງຢືນຕົວຕົນທາງດິຈິຕອນ (Digital ID), ລະບົບຄຸ້ມຄອງຂໍ້ມູນທີ່ຢູ່ອາໃສແບບທັນສະໄໝ (E-Resident), ລະບົບການເງິນແບບທັນສະໄໝ (E-Finance), ລະບົບສາທາລະນະສຸກແບບທັນສະໄໝ (E-Health), ລະບົບໂຮງຮຽນແບບທັນສະໄໝ (E-School) ແລະ ການບໍລິຫານລັດແບບທັນສະໄໝ (E-Government).

ທ່ານ ສີທາ ພົມມະຈິດ ຮອງປະທານ ບໍລິສັດ ແວວນັນສ໌ ເທຣດດິງ ອອນລາຍ ຈໍາກັດຜູ້ດຽວ

ເຊິ່ງການຮ່ວມມືໃນຄັ້ງນີ້ແມ່ນຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂອງລັດຖະບານໃຫ້ບັນລຸຕາມເປົ້າໝາຍ.