ຮ່ວມບໍລິຈາກເລືອດ ແລະ ເບິ່ງຮູບເງົາຟຣີ 4 ເລື່ອງ ໃນງານສະຫຼອງ 4 ປີ ຂອງວຽງຈັນເຊັນເຕີ

ໃນວັນທີ 28 ມີນາ 2019 ເນື່ອງໃນໂອກາດສະຫຼອງຄົບຮອບ 4 ປີ ຂອງສູນການຄ້າ ວຽງຈັນເຊັນເຕີ ທາງສູນການຄ້າໄດ້ຈັດກິດຈະກໍາໃຈອາສາ “ບໍລິຈາກເລືອດເທົ່າກັບໃຫ້” ຮ່ວມກັບ ສູນເລືອດແຫ່ງຊາດ ອົງການກາແດງ, ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623, ມູນນິທິກູ້ໄພນະຄອນຫຼວງ 1624 ແລະ ມູນນິທິໃຈຮ່ວມໃຈ ຂຶ້ນທີ່ ສູນການຄ້າ ວຽງຈັນເຊັນເຕີ. ພາຍໃຕ້ການເປັນປະທານຂອງ ທ່ານ XUBO ຮອງຜູ້ອໍານວຍການໃຫຍ່ ສູນການຄ້າ ວຽງຈັນເຊັນເຕີ ແລະ ເຂົ້າຮ່ວມໂດຍບັນດາຜູ້ບໍລິຫານ ສູນການຄ້າວຽງຈັນເຊັນເຕີ, ພະນັກງານ ແລະ ບັນດາຜູ້ເຂົ້າປະກວດນາງສາວນະຄອນຫຼວງ ປະຈໍາປີ 2019.

ກິດຈະກໍາດັ່ງກ່າວ ຈັດຂຶ້ນເພື່ອໃຫ້ທຸກຄົນໄດ້ມີສ່ວນຮ່ວມໃນການເຮັດບຸນ ດ້ວຍການບໍລິຈາກເລືອດ ໃຫ້ກັບຄົນເຈັບທີ່ກໍາລັງຂາດແຄນເລືອດ ພ້ອມດຽວກັນນັ້ນ, ຍັງເປັນການສໍາຮອງເລືອດໄວ້ໃຊ້ໃນຍາມສຸກເສີນໃຫ້ກັບອົງການກາແດງອີກດ້ວຍ ເຊິ່ງໃນແຕ່ລະປີມີຍອດບໍລິຈາກເລືອດໄດ້ເຖິງ 150 ກວ່າຖົງ. ນອກນັ້ນ, ໃນກິດຈະກໍາການສະເຫຼີມສະຫຼອງ ຄົບຮອບ 4 ປີ ຍັງມີກິດຈະກໍາຊ່ວຍເຫຼືອສັງຄົມ ເຊັ່ນ: ງານຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ, ງານສະແດງສິນຄ້າເພື່ອການກຸສົນ ແລະ ງານສະແດງອຸປະກອນຊ່ວຍເຫຼືອກູ້ໄພ ຈາກຫຼາຍໜ່ວຍງານໃນນະຄອນຫຼວງວຽງຈັນ.

ນອກຈາກນີ້, ຍັງມີກິດຈະກໍາເບິ່ງຮູບເງົາຟຣີ ໃນວັນທີ 28-31 ມີນາ 2019 ຈໍານວນ 4 ເລື່ອງ 4 ມື້ດ້ວຍກັນ ໃນຮອບ 11:00 ໂມງ ເຊິ່ງຈະສາຍມື້ລະເລື່ອງ ຄື: ວັນທີ 28 ສາຍຮູບເງົາເລື່ອງ ຮັກບໍ່ເປັນພາສາ, ວັນທີ 29 ສາຍຮູບເງົາເລື່ອງ ພີ່ນາກ, ວັນທີ 30 ສາຍຮູບເງົາເລື່ອງ ຂຸນບັນລື ແລະ ວັນທີ 31 ສາຍຮູບເງົາເລື່ອງ FRIEND ZONE.

 

 

 

 

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ