ຮົວເຫວີຍທຸ່ມງົບຊື້ໂຄສະນາເທິງຕຶກສູງທີ່ສຸດໃນໂລກ

ບໍລິສັດຮົວເຫວີຍທຸ່ມງົນປະມານຫຼາຍກວ່າ 2 ລ້ານໂດລາ ຍິງສະປອດໂຄສະນາໂທລະສັບມືຖືລຸ້ນຫຼ້າສຸດເທິງຕຶກທີ່ສູງທີ່ສຸດໃນໂລກໃນນະຄອນດູໄບ.

ຮົວເຫວີຍສະແດງຄວາມຍິ່ງໃຫຍ່ໃຫ້ໂລກຮູ້ ດ້ວຍການທຸ່ມງົບປະມານໂຄສະນາມະຫາສານສຳລັບໂຄສະນາໂທລະສັບມືຖືລຸ້ນ P30/P30 Pro ເທິງຕຶກ Burj Khalifa ໃນນະຄອນດູໄບ ປະເທດສະຫະລັດອາຣັບ ອີມິເຣດ ທີ່ມີຄວາມສູງ 829,8 ແມັດ.

ສຳລັບມູນຄ່າການໂຄສະນາໃນຄັ້ງນີ້ຢູ່ທີ່ປະມານນາທີລະ 2 ລ້ານໂດລາ  ຊຶ່ງວິດິໂອໂຄສະນານີ້ແມ່ນມີຄວາມຍາວ 3 ນາທີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: youtube.com