ຮົງກົງຄອງແຊ້ມປະເທດທີ່ມີຄ່າຄອງຊີບແພງທີ່ສຸດສຳລັບຄົນຕ່າງຊາດ

ຮົງກົງກັບມາຄອງແຊ້ມເມືອງທີ່ມີຄ່າຄອງຊີບສູງທີ່ສຸດສຳລັບຄົນຕ່າງຊາດອີກຄັ້ງ ຫຼັງຈາກຕົກໄປຢູ່ອັນດັບສອງໃນປີທີ່ຜ່ານມາ.

ບໍລິສັດທີ່ປຶກສາເມີເຊີໄດ້ເຮັດການສຳຫຼວດອັດຕາຄ່າຄອງຊີບຂອງເມືອງຕ່າງໆເປັນປະຈໍາທຸກໆປີ ໂດຍເກັບຂໍ້ມູນຕັ້ງແຕ່ຄ່າເຊົ່າບ້ານ, ຄ່າເດີນທາງ, ເສື້ອຜ້າ, ອາຫານ ໄປຈົນເຖິງສິ່ງບັນເທີງຕ່າງໆ ລວມ 200 ລາຍການໃນແຕ່ລະເມືອງ ເພື່ອທີ່ຈະສະຫຼຸບເຖິງຄ່າໃຊ້ຈ່າຍທີ່ບັນດາຜູ້ທີ່ຖືກສົ່ງໄປເຮັດວຽກ ແລະ ອາໄສໃນຕ່າງປະເທດວ່າເມືອງໃດມີຄ່າຄອງຊີບທີ່ແພງ ແລະ ຖືກທີ່ສຸດ.

ໃນປີນີ້, ຮົງກົງກັບມາຄອງອັນດັບ 1 ຂອງເມືອງທີ່ມີຄ່າໃຊ້ຈ່າຍໃນການດຳລົງຊີບແພງທີ່ສຸດອີກຄັ້ງ, ອັນດັບ 2 ໄດ້ແກ່ ນະຄອນໂຕກຽວແຫ່ງປະເທດຍີ່ປຸ່ນ, ຕໍ່ມາແມ່ນ ເມືອງ ຊູຣິກ ແຫ່ງປະເທດສະວິດເຊີແລນ, ປະເທດສິງກະໂປ, ນະຄອນໂຊລແຫ່ງເກົາຫຼີໃຕ້ເປັນອັນດັບ 5. ນີ້ໝາຍຄວາມວ່າ 4 ໃນ 5 ອັນດັບທຳອິດຂອງເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນປີນີ້ຢູ່ໃນທະວີບອາຊີ.

ເມືອງທີ່ຢູ່ໃນ 10 ອັນດັບທຳອິດໄດ້ແກ່: ອັນດັບ 6 ນະຄອນລູອັນດາ ແຫ່ງປະເທດແອງໂກລາ, ອັນດັບ 7 ເມືອງຊຽງໄຮ້ ແຫ່ງປະເທດຈີນ, ອັນດັບ 8 ໄດ້ແກ່ ນະຄອນອຶນ ຈາເມນາ ແຫ່ງປະເທດຊາດ, ອັນດັບ 9 ນະຄອນປັກກິ່ງ ແຫ່ງປະເທດຈີນ ແລະ ນະຄອນເບີນ ແຫ່ງປະເທດສະວິດເຊີແລນ.

ສ່ວນເມືອງທີ່ມີຄ່າຄອງຊີບຕໍ່າທີ່ສຸດສຳລັບຄົນຕ່າງຊາດ ຢູ່ອັນດັບທີ 209 ເຊິ່ງຕໍ່າທີ່ສຸດໄດ້ແກ່ ນະຄອນທາຊເຄນ ແຫ່ງປະເທດອຸສເບກີສຖາມ, ຕໍ່ມາແມ່ນ ນະຄອນບິສເຄກ ແຫ່ງປະເທດຄາຊັດສະຖານ ແລະ ນະຄອນຕູນິສ ແຫ່ງປະເທດຕູນີເຊຍ.

ທ່ານສາມາດອ່ານເບິ່ງອັນດັບທັງໝົດໄດ້ທີ່: Mercer.com