ຮູບແຕ້ມເກົ່າແກ່ຂອງແວນໂກະຖືກລັກຈາກຫໍພິພິຕະພັນ ໃນສະຖານະການໂຄວິດ-19

ສຳນັກຂ່າວ CNN ລາຍງານວ່າ ຄືນວັນທີ 30 ມີນາທີ່ຜ່ານມາ ຮູບແຕ້ມຂອງສິລະປິນອຳມະຕະ ຊາວໂຮນລັງ ວິນເຊັນ ແວນ ໂກະ (Vincent Van Gogh) ໄດ້ຖືກລັບລອບຈາກຫໍພິພິທະພັນ The Singer Laren ໃນເມືອງຫຼວ ງອຳສະເຕີດຳ ທີ່ປິດບໍລິການຊົ່ວຄາວ ຕາມມາດຕະການປ້ອງກັນການລະບາດຂອງໄວຣັສໂຄວິດ-19. ຮູບແຕ້ມທີ່ມີຊື່ວ່າ “The Parsonage Garden at Nuenen in Spring” ເຊິ່ງແວນໂກະແຕ້ມໄວ້ໃນປີ ຄ.ສ 1884 ເຊິ່ງພິພິຕະພັນ Groninger Museum ໄດ້ເປັນເຈົ້າຂອງ ແລະ ເປັນຜູ້ໃຫ້ຢືມຮູບແຕ້ມດັ່ງກ່າວກັບພິພິທະພັນທີ່ກ່າວມາຂ້າງຕົ້ນ.

ຕອນນີ້ປະເທດໂຮນລັງມິກໍລະນີຜູ້ຕິດເຊື້ອຈາກພະຍາດໄວຣັສໂຄວິດ-19 ທັ້ງໝົດ 11,750 ກໍລະນີ້ ເສຍຊີວິດ 864 ກໍລະນີ.

ຮຽບຮຽງໂດຍ: ວະນິດາ