ຮູບເງົາ La La Land ກວາດ 7 ລາງວັນລູກໂລກທອງຄຳ ປີ 2017

ປະກາດຜົນອອກມາແລ້ວສຳລັບຄົນທີ່ສ້າງຮູບເງົາ ລາງວັນລູກໂລກທອງຄຳ ປີ 2017 ໂດຍປີນີ້ຮູບເງົາເລື່ອງ La La Land ເປັນຮູບເງົາທີ່ຖືກສະເໜີຊື່ເຂົ້າຊິງລາງວັນຫຼາຍທີ່ສຸດ ແລະ ກໍ່ເປັນເລື່ອງທີ່ໄດ້ລາງວັນຫຼາຍທີ່ສຸດ ເຊັ່ນດຽວກັນ

ຮູບເງົາເພງ La La Land ໄດ້ສະເໜີຊື່ເຂົ້າຊິງລູກໂລກທອງຄຳ 7 ລາງວັນ ແລະ ສາມາດກວດລາງວັນມາໄດ້ທັງໝົດ 7 ລາງວັນທີ່ເຂົ້າຊິງ ໄດ້ແກ່: ຮູບເງົາປະເພດເພງ/ ຕະລົກດີເດັ່ນ, ຜູ້ກຳກັບດີເດັ່ນ, ນັກສະແດງນຳດີເດັ່ນ ແລະ ບົດຮູບເງົາດີເດັ່ນ ເຊິ່ງລາງວັນເຫຼົ່ານີ້ເປັນຢັ້ງຢືນວ່າ ຮູບເງົາເລື່ອງ La La Land ເປັນອີກໜຶ່ງຮູບເງົາທີ່ດີທີ່ສຸດ

La La Land ເປັນເລື່ອງລາວຂອງ ເຊບາສຕຽນ (ໄຣອັນ ກອສລິ່ງ) ຊາຍໜຸ່ມນັກເປຍໂນແຈ໋ສ ທີ່ໄດ້ມີໂອກາດພົບຮັກກັບ ມິອາ (ເອັມມາ ສະໂຕນ) ນັກສະແດງສາວດາວຮຸ່ງ ແຕ່ເມືອທັງຄູ່ຕ່າງມີເສັ້ນທາງແຫ່ງຄວາມຝັນຂອງຕົວເອງທີ່ຕ້ອງໄຂ່ວຄ້ວາມາ ເຮັດໃຫ້ຄວາມສຳພັນຂອງພວກເຂົາບໍ່ສົດໃສເທົ່າທີ່ຄວນ ດັ່ງນັ້ນທັງສອງຈິ່ງໄດ້ພະຍາຍາມປະຄອງຄວາມຮັກຂອງພວກເຂົາໃຫ້ໄປນຳກັນໄດ້

ເລື່ອງນີ້ເປັນຜົນງານຂອງຜູ້ກຳກັບໄຟແຮງຢ່າງ ດາມຽນ ຊາເຊລ ເຈົ້າຂອງ 3 ລາງວັນ ອອສກ້ຈາກ Whiplash  ແລະ ຜົນງານເທື່ອນີ້ຂອງເຂົາກໍ່ໄດ້ສ້າງຊື່ສຽງອີກຄັ້ງ

ຂໍ້ມູນຈາກ: http://news.thaiware.com/9347.html
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!