ຮູບເງົາ A Dog’s Purpose ຖືກກຸ່ມລົນນະລົງສິດທິສັດ PETA ກ່າວຫາວ່າທາລຸນສັດ (ມີຄລິບ)

ກາຍເປັນເລື່ອງລາວສຸດຮ໋ອດຂອງວົງການ Hollywood ໄປແລ້ວ ຫຼັງຈາກມີຄລິບວິດີໂອເບື້ອງຫຼັງການຖ່າຍທຳຮູບເງົາເລື່ອ A Dog’s Purpose ທີ່ເບິ່ງຄືເປັນການທາລຸນສັດອອກມາເຜີຍແຜ່ໃນໂລກໂຊຊຽວ ໃນວິດີໂອເຜີຍແຜ່ເຫັນໄດ້ຊັດເຈນວ່າ ໝາພັນເຢຍລະມັນເຊບເພິດ ທີ່ຮ່ວມສະແດງໃນຮູບເງົາເລື່ອງນີ້ ທີ່ຊື່ວ່າ “ເຮີຄິວລິສ” ຖືກບັງຄັບໃຫ້ລົງໄປໃນແກ້ງທຽມ ເຮັດໃຫ້ກຸ່ມລົນນະລົງສິດທິສັດ PETA ຕ້ອງການຂວ້ຳບາດຮູບເງົາເລື່ອງນີ້ ແຕ່ທາງຜູ້ຜະລິດ ຮວມເຖິງຜູ້ບໍລິຫານຂອງ Universal Pictures ແລະ Amblin Entertainment ເອງກໍ່ໄດ້ອອກມາຢືນຢັນແລ້ວວ່າ ໝາບໍ່ໄດ້ຮັບບາດເຈັບໃດໆທັງນັ້ນ ແຕ່ທາງບໍລິສັດກໍ່ໄດ້ຕັດສິນໃຈຍົກເລີກການສາຍຮອບປະຖົມມະທັດຮູບເງົາເລື່ອງນີ້ ທີ່ເຄີຍມີແຜນວ່າຈະສາຍໃນວັນທີ 27 ມັງກອນ 2017 ທີ່ ລອສແອງເຈລິສ ເປັນທີ່ຮຽບຮ້ອຍແລ້ວ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!