ຮືຮາ! ແມ່ຕູ້ຊາວໂປໂລຍ ຕາຍແລ້ວຟື້ນໃນຫ້ອງດັບຈິດ!

news01-1

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 15 ພະຈິກນີ້ວ່າ ແມ່ຕູ້ຊາວໂປໂລຍ ອາຍຸ 91 ປີ ຟື້ນຄືນຊີບຂຶ້ນມາອີກ

ເທື່ອໜຶ່ງໃນຫ້ອງດັບຈິດຂອງໂຮງໝໍ ຫລັງເສຍຊີວິດໄປ 11​ ຊົ່ວໂມງ.

 

ແຫລ່ງຂ່າວໄດ້ລະບຸວ່າ ແມ່ຕູ້ ຢານີນາ ຄອນເກວິດ ຊາວໂປໂລຍ ໄດ້ຕາຍແລ້ວຟື້ນຄືນອີກເທື່ອໜຶ່ງ ຫລັງຈາກທີ່ທີມ

ແພດໄດ້ສະຫລຸບວ່າ ແມ່ຕູ້ໄດ້ເສຍຊີວິດລົງຢ່າງສະຫງົບແລ້ວ ທ່າມກາງຍາດຕິພີ່ນ້ງທີ່ກຳລັງເສົ້າໂສກ ແລະ ກະກຽມ

ພິທີງານສົບ, ໂດຍພາຍຫລັງທີ່ເສຍຊີວິດ ແພດໄດ້ນຳເອົາສົບຂອງແມ່ຕູ້ເຂົ້າໄປໄວ້ໃນຫ້ອງດັບຈິດ ແລະ ເມື່ອເວລາ

ຜ່ານໄປກ່ວາ 11​ ຊົ່ວໂມງ ຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກຽມງານສົບກໍຕ້ອງປະຫລາດໃຈ ເມື່ອພົບວ່າແຂນຂາຂອງ

ແມ່ຕູ້ ຢານີນາ ສາມາດເຄື່ອນເໜັງໄດ້ ໃນຂະນະທີ່ກຳລັງນຳເອົາສົບຂອງແມ່ຕູ້ເຂົ້າໃສ່ຖົງຫໍ່ສົບ.

 

ທັງນີ້ ແພດປະຈຳຕະກູນໄດ້ມີຂໍ້ສະຫລຸບ ແລະ ລະບຸເວລາຂອງການເສຍຊີວິດຂອງ ແມ່ຕູ້ຢານີນາ ເອົາໄວ້ຮຽບຮ້ອຍ

ແລ້ວ ໂດຍຍາດພີ່ນ້ອງກໍໄດ້ດຳເນີນການອອກບັດມໍລະນະກຳໃຫ້ແກ່ຜູ້ກ່ຽວ ກ່ອນທີ່ຈະເຄື່ອນຍ້າຍຮ່າງສົບໄປໄວ້ໃນ

ຫ້ອງດັບຈິດ ເພື່ອລໍຖ້າການຈັດພິທີງານສົບ ເຊິ່ງຕໍ່ມາແມ່ຕູ້ຊ້ຳພັດຟື້ນຄືນຊີບອີກເທື່ອໜຶ່ງຢ່າງໜ້າມະຫັດສະຈັນ.

 

ປັດຈຸບັນ ແມ່ຕູ້ຢານີນາ ໄດ້ຖືກນຳຕົວຄືນໄປປິ່ນປົວຢູ່ເຮືອນຢ່າງເປັນປົກກະຕິ ໂດຍຍັງມີສຸຂະພາບແຂງແຮງດີທຸກ

ປະການ.