ຮືຮາ! ນັກວິທະຍາສາດພົບແຫຼ່ງກຳເນີດສັນຍານຫ້ວງອາວະກາດປິດສະໜາ ຖືກສົ່ງມາຈາກຕ່າງກາແລັກຊີ

ສຳນັກຂ່າວ ຊີເອັນເອັນ ເປີດເຜີຍວ່າ ນັກວິທະຍາສາດພົບສັນຍານວິທະຍຸປິດສະໜາຈາກຫ້ວງອາວະກາດ (FRB ) ທີ່ລະບຸຕຳແໜ່ງໄດ້ເປັນຄັ້ງທຳອິດ ໂດຍພົບວ່າມາຈາກກະແລັກຊີອື່ນຢູ່ທີ່ຫ່າງຈາກໂລກອອກໄປເຖິງ 3,000 ລ້ານປີແສງ 

ເກືອບທົດສະວັດຫຼັງພົບສັນຍານວິທະຍຸປິດສະໜາຈາກຫ້ວງອາວະກາດເປັນຄັ້ງທຳອິດ ທີມວິໄຈນານາຊາດສາມາດລະບຸທີ່ມາຂອງໜຶ່ງໃນສັນຍານເຫຼົ່ານັ້ນ FRB 121102 ນັ້ນຄືມາຈາກກະແລັກຊີແຫ່ງໜຶ່ງໃນກຸ່ມດາວສາຣະຖີ (Auriga)

1945ດຣ. ຊາມິ ຊັດເຕີຈີ ນັກວິໄຈຈາກມະຫາວິທະຍາໄລ ຄໍເລີລະບຸໃນຄຳຖະແຫຼງການວ່າ “ເຫັນໄດ້ຊັດວ່າສັນຍານວິທະຍຸທີ່ມີບໍລິມາດພະລັງງານມະຫາສານເຫຼົ່ານີ້ ມາຈາກຈຸດທີ່ຢູ່ຫ່າງອອກໄປ 3,000 ລ້ານປີແສງ ສັນຍານວິທະຍຸປິດສະໜາ FRB ດັ່ງກ່າວຖືກຄົ້ນພົບຄັ້ງທຳອິດໃນປີ 2007 ແລະ ທີມນັກວິໄຈກໍ່ພະຍາຍາມສືບຫາທີ່ມາ ແລະ ສາເຫດຂອງມັນນັບແຕ່ນັ້ນມາ.

ນັກວິໄຈມີການກວດພົບສັນຍານມາແລ້ວ 18 ຄັ້ງ ແຕ່ຍັັງບໍ່ສາມາດອະທິບາຍໄດ້ວ່າສັນຍານດັ່ງກ່າວນັ້ນຄືສິ່ງໃດ ແຕ່ກໍ່ມີການສັນນິຖານກັນໄປຫຼາຍຢ່າງເຊັ່ນ ບາງນັກວິໄຈກໍ່ວ່າເປັນສັນຍານທີ່ອາດຈະສົ່ງມາຈາກຫຼຸມດຳ ຫຼື ອາດແມ່ນສິ່ງທີ່ມີຊີວິດນອກໂລກທີ່ຕ້ອງການຕິດຕໍ່ກັບມະນຸດ.

 

ແຫລ່ງຂ່າວຈາກ: http://www.manager.co.th/
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!