ຮັບປະກັນການສັນຈອນໄລຍະກອງປະຊຸມໄອປາໃຫ້ສະດວກດີ

 

ຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນ ທ່ານພັນຕີ ຍຸດຕະພົງ ສຸວັນນະສິງ ໃຫ້ສຳພາດນັກຂ່າວພວກເຮົາໃນ ວັນທີ 11 ກັນຍາ

ນີ້ວ່າ: ເພື່ອຮັບປະກັນໃຫ້ການສັນຈອນຕາມສາຍທາງຫລັກໃນຕົວເມືອງ ມີຄວາມເປັນລະບຽບ ແລະ ຄ່ອງຕົວດີ ໃນໄລຍະກອງປະຊຸມສະ

ມັດຊາລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 35 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະຫວ່າງວັນທີ 14 – 20 ກັນຍານີ້,

ພວກເຮົາໄດ້ຈັດວາງກຳລັງເຈົ້າໜ້າທີ່ຈະລາຈອນຫລາຍກວ່າຮ້ອຍຄົນ ໄປປະຈຳຢູ່ຈຸດສາມແຍກ, ສີ່ແຍກຂອງສາຍທາງສຳຄັນຄື ເສັ້ນທາງຫລວງ

ພະບາງ, ສຸພານຸວົງ, ແຄມຂອງ, ທາດຂາວ, ໄກສອນ, ລ້ານຊ້າງ ແລະ ອື່ນໆ ທີ່ເຫັນວ່າເຊື່ອມຕໍ່ຈາກເຮືອນພັກຂອງແຂກ ໄປຫາສະຖານທີ່ປະ

ຊຸມ ເພື່ອຮັບປະກັນໃຫ້ການສັນຈອນໃນຈຸດທີ່ກຳນົດໄວ້ນັ້ນ ມີສະພາບຄ່ອງຕົວດີ, ບໍ່ແອອັດສັບສົນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ,

ນອກຈາກນີ້, ໄດ້ເນັ້ນໃຫ້ເຈົ້າໜ້າທີ່ທຸກຄົນເຂັ້ມງວດ ຫ້າມບໍ່ໃຫ້ລົດບັນທຸກແລ່ນຜ່ານເສັ້ນທາງຫລັກດັ່ງກ່າວຢ່າງເດັດຂາດ ເພື່ອຫລີກລຽງບໍ່ໃຫ້

ເກີດການສັບສົນຕໍ່ການສັນຈອນ, ຄວາມບໍ່ເປັນລະບຽບຈົບງາມ ແລະ ຄວາມປອດໄພໃນຕົວເມືອງ. ພ້ອມທັງຮຽກຮ້ອງຕໍ່ຜູ້ໃຊ້ລົດ, ໃຊ້ຖະໜົນ

ໃຫ້ມີສະຕິເຄົາລົບລະບຽບຈະລາຈອນຢ່າງເຄັ່ງຂັດ, ເພື່ອຮັບປະກັນຄວາມສະຫງົບປອດໄພ, ພ້ອມກັນເປັນເຈົ້າພາບທີ່ດີ ເຮັດໃຫ້ກອງປະຊຸມສຳ

ຄັນດັ່ງກ່າວມີຜົນສຳເລັດຈົບງາມ.

 

ແຫລ່ງຂ່າວ: ລາວພັດທະນາ