ຮອງປະທານປະເທດ ເນັ້ນຄະນະພັກສານປະຊາຊົນສູງສຸດ ຊຸດໃໝ່ ແກ້ໄຂການດໍາເນີນຄະດີ ໃຫ້ຖືກຕ້ອງເປັນທໍາ!

ຂປລ. ກອງ​ປະຊຸມ​ໃຫຍ່​ຂອງ ອົງຄະ​ນະ​ພັກສາ​ນປະຊາຊົນ​ສູງ​ສູດ ​ຄັ້ງ​ທີ III ​ໄດ້​ປິດ​ລົງ​ດ້ວຍ​ຜົນ​ສໍາ​ເລັດ​ຢ່າ​ງຈົບງາມ ​ພາຍຫລັງ​ດໍາ​ເນີນ​ມາ​ເປັນ​ເວລາ 1 ວັນ, ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ໃຊ້​ສິດປະຊາທິປະ​ໄຕ ປ່ອນ​ບັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ຊຸດ​ໃໝ່​ ຈໍານວນ 7 ສະຫາຍ ຈາກ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 9 ສະຫາຍ, ບົນ​ພື້ນຖານຖືກຕ້ອງ​ສອດຄ່ອງ​ ກັບ​ມາດຖານ​ເງື່ອນ​ໄຂ​ທີ່​ກໍານົດ​ໄວ້, ​ໂດຍ​ໄດ້​ເປັນ​ເອກະສັນ​ເລືອກ​ເອົາ ​ສະຫາຍ ຄໍາ​ພັນ ສິດທິ​ດໍາ​ພາ ເປັນ​ເລຂາ​ຄະນະ​ພັກ, ສະຫາຍ ຄໍາ​ພາ ​ແສງ​ດາລາ ​ເປັນ​ຮອງ​ເລຂາຄະນະ​ພັກ, ທັງ​ເປັນ​ປະທານ​ກວດກາ​ພັກ ​ແລະ ສະຫາຍ ຄໍາ​ຊາຍ ຈິດຕະກອນ, ສະຫາຍ​ ບຸນ​ຂວາງ ​ທະວີ​ສັກ, ສະຫາຍ ຄໍາ​ພັນ ບຸນ​ພາ​ຄົມ, ສະຫາຍ ກັ້ງ ​ເຕັມ​ສົມບັດ, ສະຫາຍ ຈັນທະ​ວີ ດວງ​ວິໄລ ເປັນ​ຄະນະ.

ໃນ​ໂອກາດ​ດຽວ​ກັນ​ນີ້​​, ກອງ​ປະຊຸມ​​ໄດ້ຮັບ​ຟັງການ​ໂອ້​ລົມຂອງ​ ສະຫາຍ ພັນ​ຄໍາ ວິພາ​ວັນ ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​ ​ເຊິ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນໍາ​-ນໍາ​ພາ ຂອງ​ຄະນະ​ພັກ​ຊຸດ​ເກົ່າ ທີ່​ໄດ້​ຊີ້​ນໍາ-ນໍາພາ​ພະນັກງານ, ສະມາຊິກ​ພັກ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ ປະຕິບັດ​ໜ້າ​ທີ່​ການ​ເມືອງ​​ຂອງ​ຕົນ​ໄດ້ຮັບຜົນ​ສໍາ​ເລັດ​ຫລາຍ​ດ້ານ ຕະຫລອດ​​ໄລຍະເກືອບ​ 5 ປີ ຜ່ານ​ມາ. ພ້ອມ​ນີ້, ສະຫາຍ ໄດ້​​ໃຫ້​ທິດ​ຊີ້​ນໍາຄະນະ​ພັກຊຸດ​ໃໝ່ ຈົ່ງ​ອອກ​ແຮງ​ດ້ວຍ​ຄວາມ​ຮັບຜິດຊອບ ​ເພື່ອ​ເສີມ​ຂະຫຍາຍ​ຜົນ​ສໍາ​ເລັດ​ທີ່​ຜ່ານ​ມາ, ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງເພື່ອ​ໃຫ້ການ​ຊີ້​ນໍາ ​ແລະ ນໍາພາ​ໃນ​ຊຸມ​ປີ​ຕໍ່ໜ້າ ຕ້ອງ​ໄດ້​ບຸກບືນ​ສູ້​ຊົນ​ປັບປຸງ, ​ແກ້​ໄຂ​ເປັນ​ຕົ້ນການ​ພິຈາລະນາ​ຕັດສິນ​ຄະດີ​ມີ​ຄວາມ​ຖືກຕ້ອງ​ເປັນ​ທໍາ, ການ​ດໍາ​ເນີນ​ຄະດີ​ຢ່າງ​ເຂັ້ມ​ງວດ​, ​ຮັບປະກັນ​ໃຫ້​ສະມາຊິກພັກ, ພະນັກງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານການ​ເມືອງ​ແນວ​ຄິດ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ມີ​ອຸດົມ​ການ​ສັງຄົມ​ນິຍົມ, ມີ​ນໍ້າ​ໃຈ​ຮັກ​ຊາດ, ມີ​​ຈັນ​ຍາ​ບັນ, ຈັນຍາ​ທໍາຮັບ​​ໃຊ້​ປະຊາຊົນ​ຢ່າງ​ແທ້​ຈິງ. ພ້ອມທັງ​ຄົ້ນຄວ້າ​ດ້ວຍ​ຫລາຍ​ຮູບ​ແບບ ​ແລະ ວີ​ທີ​ການ ​ໃນ​ການ​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ, ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ທັດສະນະ ​ແລະ ​ແນວທາງ​ການ​ນໍາພາ​ລວມຂອງ​ພັກ ຢູ່​ສານ​ປະຊາຊົນ​ແຕ່ລະ​ຂັ້ນ​ ດ້ວຍ​ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ຄະນະ​ໜ່ວຍພັກ, ສະມາຊິກພັກ ​ເພື່ອ​ພ້ອມ​ກັນ​ສູ້​ຊົນ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ໜັກ​ແໜ້ນ ​ແລະ ​ເຂັ້ມ​ແຂງ. ພ້ອມ​ນັ້ນ, ​ໃຫ້​ເອົາ​ໃຈ​ໃສ່​ປັບປຸງ​ການຈັດ​ຕັ້ງ​ຂອງສານ​ຂັ້ນ​ຕົ້ນ​ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ, ມີ​ຄວາມ​ລະອຽດ, ຮອບດ້ານ​ໃນ​ການ​ດໍາ​ເນີນ​ຄະດີ, ​ເກັບ​ຂໍ້​ມູນ​ຫລັກຖານ​ໃຫ້​ມີ​ຄວາມ​ຄົບ​ຖ້ວນ, ຮອບດ້ານ ​ແລະ ພາວະ​ວິ​ໄສ ​ເພື່ອ​ຮັບປະກັນ​ໃຫ້ການ​ຕັດສິນ​ມີ​ຄວາມ​ຖືກຕ້ອງ ​ແລະ ​ເປັນ​ທໍາ.

​ໃນຂະນະ​ດຽວ​ກັນ ​ກໍສຸມ​ໃສ່​ຄຸ້ມຄອງ​ມະຫາ​ພາກ ​ຕໍ່​ສານ​ປະຊາຊົນ​ທຸກ​ຂັ້ນ ​ແລະ ພິພາກສາ​ເປັນ​ຂັ້ນ​ລົບ​ລ້າງ​ທາງ​ດ້ານ​ກົດໝາຍ, ສຸມ​ໃສ່​ປັບປຸງ​ແບບ​ແຜນ​ນໍາພາ​ຂອງ​ພັກ, ປັບປຸງ​ກົນ​ໄກ​ການ​ຄົ້ນຄວ້າ​ຄະດີ​ໃຫ້​ມີ​ຄວາມ​ຮອບ​ຄອບ, ຮັດກຸມ, ການ​ເກັບກຳ​ຂໍ້​ມູນ​ຫລັກ​ຖານ​ໃຫ້​ມີ​ຄວາມ​ຄົບ​ຖ້ວນ​ລະອຽດ, ຈະ​ແຈ້ງດ້ວຍ​ເຫດ ຜົນ​ທີ່​ອີງ​ໃສ່​ຫລັກ​ຖານ ​ແລະ ກົດໝາຍ. ​​ໃນ​ນັ້ນ​, ກໍ​ໃຫ້ເອົາ​ໃຈ​ໃສ່​ຊີ້​ນໍາ-ນໍາພາ ​ອອກ​ນິຕິ​ກໍາ​ລຸ່ມ​ກົດໝາຍ​ໃຫ້​ຫລາຍ​ເປັນ​ຕົ້ນ ຄໍາ​ສັ່ງ, ຄໍາ​ແນະ​ນໍາ, ຮ່າງ​ເອກະສານ, ​ແບບ​ພິມ​ຕ່າງໆເພື່ອ​ອະທິບາຍ​ມາດຕາ​ກົດໝາຍ​ເປັນ​ບ່ອນ​ອີງ​ໃຫ້​ສານທຸກ​ຂັ້ນ ​ໄດ້​ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ສູ້​ຊົນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໃນ​ບາງ​ດ້ານ​ທີ່​ຈໍາ​ເປັນ​ ໃນ​ການ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່​ຕາມ​ທີ່​ກໍານົດ​ໄວ້​ໃນ​ກົດໝາຍ ​ໂດຍ​ສະ​ເພາະ​ສະຖານ​ທີ່​ເຮັດ​ວຽກ, ຫ້ອງ​ບັນ​ລັງ​ສານ, ການ​ປະກອບ​ອຸ ປະກອນ​ພາຫະນະ​ລົງ​ໄປໃນ​ການ​ເກັບ​ກໍາ​ຂໍ້​ມູນ​ຫລັກ​ຖານ ​ແລະ​ ເຮັດ​ສານ​ເຄື່ອນ​ທີ່​ລົງ​​ຕັດສິນ​ຢູ່​ທ້ອງຖິ່ນ.

 

ແຫລ່ງຂ່າວ:

ຂປລ