ຮອງປະທານປະເທດ ຕ້ອນຮັບປະທານອົງການກາແດງ ແລະ ຊີກວົງເດືອນແດງສາກົນ

ພາບ: ຂປລ

ວັນທີ 22 ພະຈິກຜ່ານມານີ້, ທີ່​ທໍານຽບປະທານ​ປະ​ເທດ ທ່ານ ພັນຄໍາ ວິພາ​ວັນ ຮອງ​ປະທານ​ປະ​ເທດ ​ໄດ້ໃຫ້ກຽດຕ້ອນຮັບການ​​ເຂົ້າຢ້ຽມ​ຂໍ່ານັບ​ຂອງ ​ທ່ານ ຕາ​ດາ​ເຕຣຸ ​ໂກ​ໂນະ ( tadateru Konoc ) ປະທານສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ, ທັງ​ເປັນ​ປະທານອົງການ​ກາ​ແດງຍີ່ປຸ່ນ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວ.

​ໃນໂອກາດດັ່ງກ່າວ, ທ່ານ ພັນ​ຄໍາ ວິພາ​ວັນ ​ໄດ້ສະ​ແດງ​ຄວາມຊົມ​ເຊີຍ, ຍິນດີຕ້ອນຮັບ ແລະ ຕີ​ລາຄາ​ສູງຕໍ່ ທ່ານ ຕາ​ດາ​ເຕຣຸ ​ໂກ​ໂນະ​ ​ ທີ່​ໄດ້​ນຳພາ​ຄະນະ​ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນສຳຄັນ ​ເຂົ້າ​ໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມ ລະຫວ່າງ​ ອົງການ​ກາ​ແດງລາວ ກັບ ສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ ​ໃຫ້ນັບມື້ດີຂຶ້ນເລື້ອຍໆພ້ອມທັງ ສະແດງຄວາມຂອບໃຈຕໍ່ອົງການ​ດັ່ງກ່າວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆແກ່ ສປປ ລາວ ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການສົ່ງ​ເສີມ​ວຽກ​ງານ​ສຸຂະພາບ, ວຽກ​ງານ​ໄພພິບັດ, ວຽກ​ງານ​ເລືອດ ​ແລະ ການ​ຊ່ວຍ​​ເຫລືອບັນ​ເທົາ​ທຸກ​ແກ່​ປະຊາຊົນ​ລາວ ​​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໄພ​ທໍາມະ​ຊາດ​ໄດ້​ເປັນ​ຢ່າງ​ດີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!