ຮອງປະທານສະພາຄວາມໝັ້ນຄົງຣັດເຊຍເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

0
732

ອີງຕາມ tass ສຳນັກຂ່າວທາງການຂອງຣັດເຊຍ ໄດ້ລາຍງານວ່າ: ໃນວັນທີ 23 ພຶດສະພາ 2023, ທ່ານ​ ດິມິດຕຣີ ເມດ​ເວ​ເດັຟ (Dmitry Medvedev) ຮອງປະທານສະພາຄວາມໝັ້ນຄົງຣັດເຊຍ ຜູ້ນຳພັກທີ່ເດັ່ນທີ່ສຸດຂອງຣັດເຊຍ, ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ສປປ ລາວ ເພື່ອດຳເນີນການສືບຕໍ່ເດີນທາງຢ້ຽມຢາມບັນດາປະເທດໃນອາຊີຕາເວັນອອກສຽງໃຕ້.

ທ່ານ ເມດ​ເວ​ເດັຟ ໄດ້ສຳເລັດການຢ້ຽມຢາມຫວຽດນາມ ແລະ ຈະໄດ້ມີການພົບປະເຈລະຈາກັບບ້ານດາເຈົ້າໜ້າທີ່ຂັ້ນສູງຂອງ ສປປ ລາວ.

ໂດຍທ່ານ ເມດ​ເວ​ເດັຟ ມີກຳນົດພົບປະກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ທ່ານ​ ເມດ​ເວ​ເດັຟ ຍັງໄດ້ເດີນທາງເພື່ອວາງ​ດອກ​ໄມ້​ ລະນຶກ​ເຖິງ​ນັກ​ບິນ​ໂຊ​ວຽດ​ທີ່​ເສຍ​ຊີວິດ​ໃນປາງ​ສົງຄາມ​ຫວຽດນາມ ​ໃນ​ປີ 1960-1973 ​ແລະ ໄວ້​ອາ​ໄລ​ເຖິງ​ທ່ານ​ໄກສອນ ພົມວິຫານ ຜູ້ນຳ​ຄົນ​ທຳ​ອິດ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.