ຮອງນາຍົກ ແລະລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ລົງພື້ນທີ່ກວດສອບເຂື່ອນດ້ວຍຕົວເອງ

ຕອນບ່າຍວັນທີ 27 ກໍລະກົດ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ທ່ານ ປອ.ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຕົວຈິງຕື່ມ ທີ່ເຂື່ອນ ເຊປ່ຽນ-ເຊນ້ຳນ້ອຍ ຈຸດຄູກັ້ນນ້ຳເຈື່ອນ.

ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນໄດ້ຮັບຜົນກະທົບເປັນວົງກວ້າງແລະຫລາຍຫມູ່ບ້ານຈົມບາດານ ຊຶ່ງທ່ານ ຮອງນາຍົກ ແລະ ທ່ານ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ກໍ່ໄດ້ມີການຈັດປະຊຸມປຶກສາຫາລື ກັບຄະນະທີ່ກ່ຽວຂ້ອງເພື່ອແກ້ໄຂວິກິດການດັ່ງກ່າວຢ່າງຮີບດ່ວນທັນການ ເພື່ອໃຫ້ປະຊາຊົນທີ່ຖືກຜົນກະທົບນັ້ນມີຄວາມປອດໄພ ແລະ ໄດ້ຮັບການຊ່ວຍ ເຫລືອຢ່າງທົ່ວເຖິງ

 

ແຫລ່ງຂ່າວ: ສຳນັກຂ່າວເອບີຊີລາວ