ອົງການໄອຍະການປະຊາຊົນສູງສຸດ ຕັ້ງເປົ້າເລັ່ງແກ້ໄຂຄະດີ ໃຫ້ບັນລຸ 95% ຂຶ້ນໄປ

ຂປລ. ທ່ານ ຄຳ​ສານ ສຸວົງ ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ລາຍ​ງານສະພາບ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ວຽກງານ​ໄອ​ຍະ​ການ​ປະຊາຊົນ ​ໃນ​ໄລຍະ 5 ປີ ຜ່ານ​ມາ (2001-2015), ວຽກງານ​ພົ້ນ​ເດັ່ນ​ໃນ​ປີ 2016 ​ແລະ ທິດ​ທາງ​ແຜນການ 5 ປີຕໍ່ໜ້າ (2016-2020), ວຽກງານ​ຈຸດ​ສຸມ​ໃນ​ປີ 2017 ຕໍ່​ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 2 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ພາຍ​​ໃຕ້​ການ​ເປັນ​ປະທານຂອງ ​ທ່ານ ​ແສງ​ນວນ ​ໄຊ​ຍະ​ລາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໃນ​ວັນ​ທີ 1 ພະຈິກ ນີ້ວ່າ: ​ໃນ​ໄລຍະ 5 ປີຜ່ານມາ ອົງການ​ໄອ​ຍະ​ການ​ປະຊາຊົນ ​ໄດ້​ຮັບ​ສຳນວນ​ຄະດີ​ອາຍາ ​ແລະ ຄະດີ​ແພ່ງ, ​ທັງໝົດ 30.000 ກ່ວາ​ເລື່ອງ, ​ແກ້​ໄຂ​ແລ້ວຫລາຍ​ກວ່າ 29.000 ເລື່ອງ ​ເທົ່າ​ກັບ 98,80% ​ໃນ​ນີ້ ​ໄດ້​ສັ່ງ​ຟ້ອງ​ຜູ້​ກະທຳ​ຜິດ ​ແລະ ຖະ​ແຫລ​ງຕໍ່​ສານຂັ້ນ​ຕົ້ນ​ 21.000 ກວ່າ​ເລື່ອງ, ສານ​ເອົາ​ຕາມ​ຄຳ​ຖະ​ແຫລ​ງຂອງ​ໄອ​ຍະ​ການ​ 20.900 ກວ່າ​ເລື່ອງ ​ເທົ່າ​ກັບ 98,68%, ສານ​ບໍ່​ເອົາ​ຕາມ​ຄຳ​ຖະ​ແຫລ​ງຂອງ​ໄອ​ຍະ​ການ 1.280 ​ເລື່ອງ ​ເທົ່າ​ກັບ 6,10%. ຖະ​ແຫລ​ງຕໍ່​ສານ​ຂັ້ນ​ອຸ​ທອນ 4.500 ກວ່າ​ເລື່ອ​ງ ສານ​ພິພາກສາ​ ເອົາຕາມ​ຄຳ​ຖະ​ແຫລ​ງຂອງ​ໄອ​ຍະ​ການ 4.200 ​ກວ່າ​ເລື່ອງ ​ເທົ່າ​ກັບ 93,58%, ຖະ​ແຫລ​ງຕໍ່​ສານ​ຂັ້ນ​ລົບ​ລ້າງ 829​ ​ເລື່ອງ ສານ​ເອົາ​ຕາມ​ຄຳ​ຖະ​ແຫລ​ງຂອງ​ໄອ​ຍະ​ການ 821 ​ເລື່ອງ ​ເທົ່າ​ກັບ 99,03% ນອກ​ນັ້ນ ​ໄດ້​ທວງ​ສຳນວນ​ຄະດີ​ຄົ້ນ​ຄວ້າ​ເປັນ​ຂັ້ນ​ຮື້​ຟື້ນ ທັງໝົດ 400 ​ເລື່ອງ. ​ໃນ​ນີ້, ສະ​ເໜີຮື້ຟື້ນ​ຄະດີ​ຄືນ​​ໃໝ່ 17 ​ເລື່ອງ ​ເທົ່າ​ກັບ 4,25%.

ການ​ຄົ້ນຄວ້າ​ແກ້​ໄຂ​ຄະດີຂອງ ​ອົງການ​ໄອ​ຍະ​ການ​ປະຊາຊົນ​ຂັ້ນ​ຕ່າງໆ ​ໄດ້​ຮັບ​ການ​ພັດທະນາ​ສູ່​ຄຸນ​ນະພາ​ບເປັນ​ລຳດັບ ​ໂດຍ​ຮັບປະກັນ​ຄວາມ​ຖືກຕ້ອງ, ຍຸ​ທິທຳ, ​ໂປ່​ງ​ໃສ ​ແລະ ທັນ​ກຳນົດເວລາທີ່​ກົດໝາຍກຳນົດ, ພ້ອມ​ນັ້ນ ​ໄດ້​ປັບປຸງ​ກົດໝາຍ ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ອາຍາ, ສ້າງ​ນິຕິ​ກຳ​ລຸ່ມ​ກົດໝາຍ ຄື: ຂໍ້​ຕົກລົງ​ຂອງ​ຫົວໜ້າອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ວ່າ​ດ້ວຍ​ພະ​ພັກ​ງານ​ໄອຍະ​ການ ​ແລະ ຜູ້​ຊ່ວຍ, ຂໍ້​ຕົກລົງ​ວ່າ​ດ້ວຍ​ມາດຖານ​ຕຳ​ແໜ່ງບໍລິຫານ ຂອງ​ລັດຖະກອນ​ອົງການ​ໄອ​ຍະ​ການ, ປຶ້ມ​ຄູ່​ມື​ກ່ຽວກັບ​ການດຳ​ເນີນ​ຄະດີ​ອາຍາ ​ແລະ ການ​ດຳ​​ເນີນ​ຄະດີ​ແພ່ງ, ປື້​ມຄູ່​ມື​ການ​ນຳ​ໃຊ້ 7 ມາດ​ຕະການ​ສະກັດ​ກັ້ນ, ຄຳ​ແນະນຳ​ຮ່ວມ​ກ່ຽວກັບການປ່ອຍ​ຕົວ​ນັກ​ໂທດກ່ອນ​ກຳ​ນົດ ໂດຍ​ມີ​ເງື່ອນ​ໄຂ, ປຶ້ມ​ຄູ່​ມື​ກ່ຽວກັບ​ຫລັກ​ຖານ​ໃນ​ຄະດີ​ອາຍາ, ​ແຜນ​ວາດ​ກ່ຽວກັບ​ການ​ດຳ​ເນີນ​ຄະດີ​ອາຍາ, ຄຳ​ແນະນຳ​ກ່ຽວກັບ​ ການ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຄະດີ​ແພ່ງ, ຄຳ​ແນະນຳ​ກ່ຽວກັບການ​ບໍລິຫານ​ຄະດີ​ຄົບ​ວົງ​ຈອນ ສືບຕໍ່​ພັດທະນາ​ ພື້ນຖານ​ໂຄງ​ລ່າງ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືກັບ​ຕ່າງປະ​ເທດ. ພິ​ເສດ ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມື​ກັບ ອົງການ​ປະຊາຊົນ ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ​ຄື: ສສ ຫວຽດນາມ ​ແລະ ສປ ຈີນ ສູ່​ລວງ​ເລີກ ​ແລະ ມີ​ຜົນສຳ​ເລັດ​ໃນ​ຫລາຍ​ດ້ານ.​ ພ້ອມ​ກັນ​ນັ້ນ, ​ໄດ້​ມີການ​ພົວພັນ​ຮ່ວມ​ມື​ ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ ​ແລະ ອົງການຈັດ​ຕັ້ງ​ສາກົນຈຳນວນໜຶ່ງ. ຈາກ​ການ​ເຂື່ອນ​ໄຫວ​ດັ່ງກ່າວ ​ເຮັດ​ໃຫ້​ບົດບາດ​ຂອງ​ ອົງການ​ໄອ​ຍະ​ການ​ປະຊາຊົນ ສປປ ລາວ ຄ່ອຍໆພົ້ນ​ເດັ່ນ​ໃນ​ເວທີອາຊຽນ ​ເຊິ່ງ​​ເດື​ອນພະຈິກ​ນີ້ ອົງການ​ໄອ​ຍະ​ການ​ປະຊາຊົນ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມ​ຫົວໜ້າອົງກາ​ນ​ໄອ​ຍະ​ການ​ສູງ​ສຸດ​ອາຊຽນ-ຈີນ ຄັ້ງ​ທີ X ທີ່​ ນະຄອນຫລວງ​ວຽງຈັນ.

ສຳລັບ​ຄາດໝາຍ​ໃນ​ຕໍ່ໜ້າ ​ແມ່ນ​ສືບ​ຕໍ່ເພີ່ມ​ທະວີ ການ​ປະຕິບັດ​ພາລະ​ບົດບາດ​ຕິດຕາມ​ກວດກາ ການ​ປະຕິບັດ​ກົດໝາຍ ​ແລະ ສັ່ງ​ຟ້ອງ​ຜູ້​ຖືກ​ຫາ​ຂຶ້ນ​ສານ ​ໂດຍ​ຮັບປະກັນ​ຄວາມ​ຖືກຕ້ອງ, ຍຸ​ທິທຳ, ​ໂປ່​ງ​ໃສ ​ແລະ ທັນ​ເວລາ​ທີ່​ກົດໝາຍກຳນົດ, ຮັບປະກັນ​ຜູ້​ກະທຳ​ຜິດຕ້ອງ ຕ້ອງ​ຖືກ​ລົງ​ໂທດຕາມ​ກົດໝາຍ ​ແລະ ຜູ້​ບໍ່​ກະທຳ​ຜິດແມ່ນ​ບໍ່​ຖືກ​ລົງ​ໂທດ, ​ໂດຍ​ເອົາ​ໃຈ​​ໃສ່​ຄົ້ນ​ຄວ້າ​ແກ້​ໄຂ​ຄະດີ​ໃຫ້​ບັນລຸ 95% ຂຶ້ນ​ໄປ, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຫລາຍ​ຂຶ້ນ, ສູ້​ຊົນ​ປະຕິບັດ 5 ​ແຜນ​ງານ ​ແລະ 21 ​ໂຄງການ​ຈຸດ​ສຸມ ມີ​ຜົນ​ສຳ​ເລັດ​ຕົວ​ຈິງ​ ຄື: ​ແຜນ​ງານ​ຍົກ​ສູງ​ຄຸນ​ນະພາ​ບຕິດຕາມ​ກວດກາ​ ການ​ປະຕິບັດ​ກົດໝາຍ 7 ​ໂຄງການ, ​ແຜນ​ງານ​ພັດທະນາ​ບຸກຄະລາ​ກອນ 3 ​ໂຄງການ, ​ແຜນ​ງານ​ປັບປຸງ​ບູລະນະ​ກົງຈັກ​ການຈັດ​ຕັ້ງ 3 ​ໂຄງການ, ​ແຜນ​ງານ​ປັບປຸງ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ 4 ​ໂຄງການ ​ແລະ ​ແຜນ​ງານ​ພົວພັນ-​ຮ່ວມ​ມື​ ກັບ​ຕ່າງປະ​ເທດ 5 ​ໂຄງການ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!