ອົງການເພື່ອຄວາມໂປ່ງໃສສາກົນ ແນະນຳ 5 ຂໍ້ແກ່ປະເທດທົ່ວໂລກ ເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງ

ຈາກການເປີດເຜີຍອັນດັບສໍ້ລາດບັງຫຼວງໂລກປະຈຳປີ 2017 ຂອງ transparency.org ໃນມື້ວານນີ້ (22 ກຸມພາ 2018) ເຊິ່ງປະກົດວ່າລາວຕົກຈາກອັນດັບທີ 123 (30 ຄະແນນ) ໃນປີ 2016 ມາຢູ່ທີ່ອັນດັບ 135 (29 ຄະແນນ) ໃນປີ 2017 ຫ່າງຈາກຄ່າສະເລ່ຍໂລກເຊິ່ງກຳນົດໄວ້ທີ່ 43 ຄະແນນ, ໃນບົດລາຍງານດັດຊະນີການຮັບຮູ້ການສໍ້ລາດບັງຫຼວງປະຈຳປີ 2017 (Corruption Perception Index-CPI ຫຼື ຊີພີໄອ) ຍັງໄດ້ລະບຸຂໍ້ແນະນຳເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງລົງໄວ້ 5 ຢ່າງ.

Transparency.org ລະບຸວ່າ ຈາກປະສົບການທີ່ໄດ້ຮ່ວມເຮັດວຽກກັບຫຼາຍກວ່າ 100 ປະເທດໃນທົ່ວໂລກ ສະແດງໃຫ້ເຫັນວ່າ ນັກເຄື່ອນໄຫວ ແລະ ສື່ ເປັນເຄື່ອງມືທີ່ສຳຄັນໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ. ສະນັ້ນພວກເຂົາຈຶ່ງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກດຳເນີນການຕາມຂໍ້ແນະນຳ 5 ປະການດັ່ງຕໍ່ໄປນີ້ ເພື່ອຫຼຸດຜ່ອນການສໍ້ລາດບັງຫຼວງລົງ:

1. ລັດຖະບານ ແລະ ບັນດາທຸລະກິດຕ່າງໆຈະຕ້ອງດຳເນີນການເພີ່ມເຕີມເພື່ອສົ່ງເສີມເສລີພາບໃນການສະແດງຄວາມເຫັນ, ການດຳເນີນງານຂອງສື່ທີ່ເປັນເອກະລາດ, ຜູ້ທີ່ມີຄວາມເຫັນຕ່າງທາງການເມືອງ ແລະ ສັງຄົມທີ່ເປີດກວ້າງ ແລະ ມີສ່ວນຮ່ວມ.

2. ລັດຖະບານຄວນຫຼຸດຜ່ອນຂໍ້ກຳນົດທີ່ມີຕໍ່ສື່ ລວມທັງສື່ໃໝ່ ແລະ ສື່ແບບເກົ່າ ເພື່ອຮັບປະກັນວ່ານັກຂ່າວສາມາດເຮັດວຽກໄດ້ຢ່າງປາສະຈາກຄວາມຢ້ານກົວຕໍ່ການເກັບກົດ ຫຼື ຄວາມຮຸນແຮງ. ພ້ອມກັນນັ້ນ ຜູ້ບໍລິຈາກຕ່າງປະເທດກໍຄວນພິຈາລະນາສິ່ງທີ່ກ່ຽວຂ້ອງກັບເສລີພາບຂອງສື່ ເພື່ອພັດທະນາການຊ່ວຍເຫຼືອ ຫຼື ການເຂົ້າເຖິງອົງການສາກົນ.

3. ສັງຄົມ ແລະ ລັດຖະບານຄວນສົ່ງເສີມກົດໝາຍທີ່ເນັ້ນໃສ່ການເຂົ້າເຖິງຂໍ້ມູນຂ່າວສານ. ການເຂົ້າເຖິງສິ່ງນີ້ຈະຊ່ວຍເພີ່ມຄວາມໂປ່ງໃສ ແລະ ການກວດສອບໄດ້ ຄຽງຄູ່ກັບຫຼຸດຜ່ອນໂອກາດທີ່ຈະເກີດການສໍ້ລາດບັງຫຼວງ.

4. ນັກເຄື່ອນໄຫວ ແລະ ລັດຖະບານຕ່າງໆ ຄວນໃຊ້ປະໂຫຍດຈາກແຮງຊຸກຍູ້ຂອງບັນດາເປົ້າໝາຍພັດທະນາຢ່າງຍືນຍົງຂອງສະຫະປະຊາຊາດ (United Nations Sustainable Development Goals ຫຼື SDGs) ເພື່ອສະໜັບສະໜຸນ ແລະ ຊຸກຍູ້ການປະຕິຮູບໃນລະດັບປະເທດ ແລະ ລະດັບໂລກ. ໂດຍສະເພາະກໍຄື ລັດຖະບານຕ້ອງຮັບປະກັນການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການປົກປ້ອງເສລີພາບພື້ນຖານ ແລະ ຈັດວາງສິ່ງເຫຼົ່ານີ້ເຂົ້າໃນສົນທິສັນຍາສາກົນ ແລະ ແນວທາງທີ່ດີທີ່ສຸດ.

5. ລັດຖະບານ ແລະ ບັນດາທຸລະກິດຕ່າງໆຄວນເປີດເຜີຍຂໍ້ມູນທີ່ກ່ຽວກັບຜົນປະໂຫຍດຂອງສາທາລະນະໃນຮູບແບບຂໍ້ມູນເປີດຢ່າງໝັ້ນໃຈ. ການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງຢ່າງໝັ້ນໃຈນີ້ ລວມມີ ງົບປະມານລັດ, ການຖືກຳມະສິດໃນບໍລິສັດ, ການຈັດຊື້ຂອງລັດຖະບານ ແລະ ສະຖານະທາງການເງິນຂອງສະມາຊິກພັກ ເພື່ອເຮັດໃຫ້ບັນດານັກຂ່າວ, ສັງຄົມ ແລະ ກຸ່ມຄົນທີ່ໄດ້ຮັບຜົນກະທົບ ສາມາດບົ່ງຊີ້ຮູບການຂອງການສໍ້ລາດບັງຫຼວງໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.

 

ແຫລ່ງຂ່າວ : transparency.org ແລະ ມ່ວນສະນຸກ.