ອົງການອານາໄມໂລກປະກາດໄວຣັສມໍລະນະໂຄວິດ-19 ເປັນໂຣກລະບາດລະດັບໂລກ

WHO-Director-
WHO-Director-

ອົງການອານາໄມໂລກໄດ້ປະກາດເມື່ອວັນທີ 11 ມີນາ 2020 ວ່າ ການແຜ່ລະບາດຂອງໄວຣັສໂຄໂຣນາ ຫຼື ໂຄວິດ-19 ເປັນການລະບາດໃຫຍ່ ຫຼື pandemic ຫຼັງຈາກມີການແຜ່ລະບາດໄປໃນ 118 ປະເທດ ແລະ ດິນແດນທົ່ວໂລກ, ມີຜູ້ຕິດເຊື້ອກວ່າ 121,000 ຄົນ ຫຼ້າສຸດໄວຣັດໂຄໂຣນາໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4,300 ຄົນ.

ທັງນີ້, ການປະກາດພາວະສຸກເສີນລະດັບໂລກ ໄດ້ອີງໃສ່ຫຼັກການເບື້ອງຕົ້ນຢູ່ 3 ປະການຄື: 1. ໄວຣັສສາມາດກໍ່ໃຫ້ເກີດອາການປ່ວຍຈົນເຖິງຂັ້ນເສຍຊີວິດ, 2. ມີການຕິດຕໍ່ລະຫວ່າງຄົນສູ່ຄົນ, 3. ການແພ່ລະບາດລຸກລາມໄປທົ່ວໂລກ ເຊິ່ງກ່ອນໜ້ານີ້ໃນທ້ານເດືອນກຸມພາທີ່ຜ່ານມາ ທາງອົງການອະນາໄມໂລກໄດ້ຍົກລະດັບເຕືອນໄພຄວາມສ່ຽງຂອງການລະບາດໄປທົ່ວໂລກຂອງເຊື້ອໄວຣັສໂຄໂຣນາຢູ່ໃນລະດັບ “ສູງທີ່ສຸດ”.

 

ຮຽບຮຽງຂ່າວ:​ພຸດສະດີ