ອົງການອານາໄມໂລກຈະປະກາດພາລະສຸກເສີນຂອງພະຍາດຝີດາດລິງໃນອາທິດໜ້າ

0
871

ອົງການອານາໄມໂລກນັດປະຊຸມ ທີ 23 ມິຖຸນາ 2022 ໃນການພິຈາລະນາວ່າພະຍາດຝີດາດລິງ ເປັນພາລະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ຫຼື ບໍ.

ໃນວັນທີ 14 ມິຖຸນາ 2022 ທີ່ຜ່ານມານີ້ ອົງການອານາໄມໂລກ WHO ເປີດເຜີຍວ່າ: ການລະບາດຂອງພະຍາດຝີດາດລິງນັ້ນ ມີຄວາມຜິດປົກກະຕິ ແລະ ມີຄວາມໜ້າເປັນຫ່ວງ ດ້ວຍເຫດນີ້ຈຶ່ງໄດ້ເອີ້ນປະຊຸມກຳມະການສຸກເສີນພາຍໃຕ້ການຈັດການດ້ານສາທາລະນະສຸກລະຫວ່າງປະເທດໃນອາທິດໜ້ານີ້ ກົງກັບວັນພະຫັດ ທີ 23 ມິຖຸນາ, ເພື່ອປະເມີນວ່າການລະບາດເທື່ອນີ້ ເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ຫຼື ບໍ.

ໃນປີນີ້ ມີການລາຍງານວ່າມີຜູ້ຕິດເຊື້ອຝີດາດລິງ ໄດ້ລາຍງານເຂົ້າມາ WHO ປະມານ 1,600 ຄົນ ແລະ ມີກໍລະນີທີ່ຍັງສົງໄສວ່າອາດຈະຕິດເຊື້ອດັ່ງກ່າວນັ້ນປະມານ 1,500 ຄົນ ຈາກ 39 ປະເທດ ແບ່ງເປັນ 7 ປະເທດທີ່ພົບເຊື້ອຝີດາດລິງແລ້ວຫຼາຍປີ ແລະ 32 ປະເທດທີ່ຫາກໍພົບເຊື້ອໃນປີນີ້.

ລ່າສຸດມີຍອດຜູ້ເສຍຊີວິດຢ່າງໜ້ອຍ 72 ຄົນ ທັ້ງໝົດນີ້ຢູ່ໃນກຸ່ມທີ່ພົບເຊື້ອ, WHO ກຳລັງຖ້າຄຳຢືນຢັນຈາກກໍລະນີຜູ້ເສຍຊີວິດຄົນໜຶ່ງໃນ ບຣາຊິນ ທີ່ອາດສົງໄສວ່າກ່ຽວຂ້ອງກັບຝີດາດລິງ.

ແຫຼ່ງຂ່າວຈາກ ຣອຍເຕີ