ອົງການອານາໄມໂລກຄາດວ່າວັກຊີນໂຄວິດ-19 ຕ້ອງລໍເຖິງຕົ້ນປີໜ້າ

ເວັບໄຊຂ່າວ posttoday ທ່ານ ໄມ ໄຣອັນ ປະທານໂຄງການສຸກເສີນດ້ານສາທາລະນະສຸກຂອງອົງການອານາໄມໂລກ ເປີດເຜີຍວ່າ ການວິໄຈວັກຊີນໂຄວິດ-19 ມີຄວາມກ້າວໜ້າທີ່ໜ້າພໍໃຈ ໂດຍຫຼາຍວັກຊີນເລີ່ມເຂົ້າສູ່ການທົດສອບໄລຍະສຸດທ້າຍແລ້ວ ແຕ່ຄາດວ່າຕ້ອງລໍຖ້າໄປຈົນຮອດຕົ້ນປິໜ້າຈຶ່ງຈະຜະລິດອອກມາໃຊ້ໄດ້.

ນອກຈາກນີ້, ອົງການອານາໄມໂລກຍັງຢໍ້າວ່າຈະກະຈາຍວັກຊີນຢ່າງເປັນທຳໃຫ້ທົ່ວເຖິງທຸກຄົນ ແຕ່ກໍ່ມີຂ່າວວ່າ ລັດຖະບານອາເມລິກາກຽມທຸ້ມງົບປະມານວ່າ 1,950 ລ້ານໂດລາ ເພື່ອເໝົາຊື້ວັກຊີນໂຄວິດ-19 ໃນຈຳນວນ 100 ລ້ານໂດສຈາກບໍລິສັດ Pfizer ແລະ BioNTech ຫາກຜົນທົດສອບອອກມາວ່າວັກຊີນມີຄວາມປອດໄພ ແລະ ປະສິດທິພາບ.

 

ຮຽບຮຽງຂ່າວ: ພຸດສະດີ