ອົງການອະນາໄມໂລກເຜີຍໂຄວິດ-19 ຍັງບໍ່ຢຸດໃນໄວໆນີ້ ທົ່ວໂລກມີຜູ້ປ່ວຍ 3,2 ລ້ານຄົນ

ຜູ້ອຳນວຍການໃຫຍ່ຂອງອົງການອານາໄມໂລກ ເປີດເຜີຍວ່າ ສະຖານະການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຍັງບໍ່ມີແນວໂນ້ມທີ່ຈະຢຸດຕິລົງໄວໆນີ້ ເນື່ອງຈາກມີແນວໂນ້ມການລະບາດເພີ່ມຂຶ້ນໃນ ອາຟຣິກາ, ເອີຣົບຕະເວັນອອກ, ລາຕິນອາເມລິກາ ແລະ ບາງປະເທດໃນອາຊຽນ.

ຜູ້ອຳນວຍການ ອົງການອະນາໄມໂລກກ່າວຕື່ມອີກວ່າ ດ້ວຍຕົວເລກຜູ້ຕິດເຊື້ອ ແລະ ເສຍຊີວິດທີ່ມີການລາຍງານຈາກບາງປະເທດຢູ່ໃນລະດັບຕໍ່າກວ່າຄວາມຈິງ ເນື່ອງຈາກປະສິດທິພາບໃນການກວດຫາຜູ້ຕິດເຊື້ອຢູ່ໃນລະດັບຕໍ່າ.

ຄວາມຄືບໜ້າຈາກສະຖານະການການແຜ່ລະບາດຂອງໂຄວິດ-19 ທົ່ວໂລກ ມີຍອດຜູ້ປ່ວຍສະສົມເພີ່ມຂຶ້ນຢ່າງໜ້ອຍ 3,219,240 ຄົນ ໃນຈຳນວນນີ້ມີຜູ້ເສຍຊີວິດແລ້ວ 228,194 ຄົນ ຮັກສາຫາຍແລ້ວ 1,000,101 ຄົນ ອາເມລິກາຍັງມີຜູ້ປ່ວຍສະສົມ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ ເຊິ່ງມີຜູ້ຕິດຊື້ອສະສົມ 1,064,194ຄົນ ມີຜູ້ປ່ວຍລາຍໃໝ່ 28,429ຄົນ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 61,656 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ